ອາ​ຊຽນ ຊຸກ​ຍູ້​ບົດ​ບາດ​ຂອງ ສ​ປ​ຊ ໃນ​ການ​ນຳ​ໃຊ້​ອາ​ວະ​ກາດ​​ຢ່າງ​ມີ​​ສັນ​ຕິ​ພາບ

(VOVWORLD) - ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກທັດສະນະລວມຂອງ ອາຊຽນ ກ່ຽວກັບການຮັບປະກັນສິດສຳຜັດກັບອາວະກາດ ຂອງທຸກປະເທດ ເພື່ອເປົ້າໝາຍສັນຕິພາບ ແລະ ຜົນປະໂຫຍດລວມຂອງມວນມະນຸດ.
ອາ​ຊຽນ ຊຸກ​ຍູ້​ບົດ​ບາດ​ຂອງ ສ​ປ​ຊ ໃນ​ການ​ນຳ​ໃຊ້​ອາ​ວະ​ກາດ​​ຢ່າງ​ມີ​​ສັນ​ຕິ​ພາບ - ảnh 1ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ຄະນະກຳມະການບັນດາບັນຫາ ການເມືອງພິເສດ ແລະ ປອດຫົວເມືອງຂຶ້ນ (ຄະນະກຳມະການເລກ 4) ຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ຈັດວາລະປຶກສາຫາລືລວມກ່ຽວກັບການຮ່ວມມືສາກົນ ໃນການນຳໃຊ້ອາວະກາດຢ່າງມີສັນຕິພາບ ໃນວັນທີ 24 ຕຸລາ, ຢູ່ນິວຢອກ, ປະເທດ ອາເມລິກາ ດ້ວຍບົດກ່າວຄຳເຫັນດ້ວຍຜູ້ຕາງໜ້າເກືອບ 40 ກຸ່ມປະເທດ ແລະ ເຂດແຄ້ວນ.

ກ່າວຄຳເຫັນຕາງໜ້າ ໃຫ້ ອາຊຽນ, ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກທັດສະນະລວມຂອງ ອາຊຽນ ກ່ຽວກັບການຮັບປະກັນສິດສຳຜັດກັບອາວະກາດ ຂອງທຸກປະເທດ ເພື່ອເປົ້າໝາຍສັນຕິພາບ ແລະ ຜົນປະໂຫຍດລວມຂອງມວນມະນຸດ. ອາຊຽນ ສະໜັບສະໜູນ ການເພີ່ມທະວີບົດບາດຂອງ ສປຊ ໃນການຮັບປະກັນການນຳໃຊ້ ແລະ ຂຸດຄົ້ນອາວະກາດຢ່າງມີສັນຕິພາບ, ນຳຜົນປະໂຫຍດລວມມາໃຫ້ທຸກປະເທດ. ອາຊຽນ ເນັ້ນໜັກວ່າ ບັນດາຝ່າຍທີ່ເຂົ້າຮ່ວມການເຄື່ອນໄຫວໃນອາວະກາດ ມີຄວາມຮັບຜິດຊອບ ປະຕິບັດຕາມມະຕິທີ່ກ່ຽວຂ້ອງຂອງ ສະມັດຊາໃຫຍ່, ກໍ່ຄືບັນດາຫຼັກການລວມ ທີ່ໄດ້ນຳໃຊ້ ທົ່ວໄປໃນຂົງເຂດອາວະກາດ.

ຕອບກັບ

ຂ່າວ/ບົດ​ອື່ນ