ອາຊຽນ ຊຸກຍູ້ບັນດາໂຄງການເຊື່ອມໂຍງເຂົ້າກັບພາກພື້ນ

(VOVWORLD) -ກອງປະຊຸມກໍ່ຮັບຮອງເອົາ 17 ໂຄງການໃໝ່ເຊິ່ງແມ່ນບັນດາໂຄງການຂຶ້ນກັບ IAI

        ວັນທີ 16 ມີນາ, ກອງປະຊຸມຄັ້ງທີ 69 ກຸ່ມຮັບຜິດຊອບສະເພາະຂໍ້ລິເລີ່ມການຮ່ວມສຳພັນ ອາຊຽນ (IAI) ໄດ້ຈັດຂຶ້ນຢູ່ຄະນະເລຂາທິການອາຊຽນ, ປະເທດ ອິນໂດເນເຊຍ, ເພື່ອພິຈາລະນາສະພາບການຜັນຂະຫຍາຍບັນດາໂຄງການຂຶ້ນກັບແຜນການປະຕິບັດງານຄັ້ງທີ 4 ໄລຍະ 2021 – 2025. ກອງປະຊຸມກໍ່ຮັບຮອງເອົາ 17 ໂຄງການໃໝ່ເຊິ່ງແມ່ນບັນດາໂຄງການຂຶ້ນກັບ IAI ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບົດລາຍງານໝາກຜົນການຕິດຕາມຄັ້ງຕໍ່ໄປດ້ວຍຂອບເຂດ ອາຊຽນ ກ່ຽວກັບການພັດທະນາເສດຖະກິດຍຸຕິທຳໂດຍທະນາຄານພັດທະນາອາຊີ (ADB) ສະເໜີ.

        ກຸ່ມຮັບຜິດຊອບສະເພາະ IAI ໄດ້ຮັບການສ້າງຕັ້ງຂຶ້ນແມ່ນເພື່ອຮັດແຄບໄລຍະຫ່າງຂອງການພັດທະນາຢູ່ໃນ ອາຊຽນ ເປັນຕົ້ນແມ່ນຜ່ານເລື່ອງໜູນຊ່ວຍໃຫ້ 4 ປະເທດສະມາຊິກໃໝ່ເຊິ່ງແມ່ນ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV).

ຕອບກັບ

ຂ່າວ/ບົດ​ອື່ນ