ອາ​ຊຽນ ຍັງ​ ຕ້ອນ​ຮັບ​ ອິນ​ເດຍ​ກັບ​ຄືນ RCEP

(VOVWORLD) - ໂດຍມີຜົນສັກສິດແຕ່ວັນທີ 1/1/2022, RCEP ແມ່ນຂໍ້ລິເລີ່ມໂດຍ ອາຊຽນ ນຳໜ້າເພື່ອແນໃສ່ສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ ກ່ຽວກັບຍອດຜະລິດຕະພັນພາຍໃນກຸ່ມ (GDP).

ປະຕູເຂົ້າເປັນສະມາຊິກຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ຍັງເປີດກວ້າງສຳລັບ ອິນເດຍ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ຍົກອອກມາ ໃນວັນທີ 14 ກຸມພາ ຢູ່ New Delhi ໃນຂອບເຂດການຢ້ຽມຢາມ ອິນເດຍ. ໂດຍຕອບຄຳຖາມຕໍ່ນັກຂ່າວສຳນັກຂ່າວສານ ANI, ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ສະແດງຄວາມຫວັງວ່າ ອິນເດຍ ຈະຊັ່ງຊາກເລື່ອງເຂົ້າຮ່ວມ ຂໍ້ຕົກລົງທາງການຄ້າ ໃຫຍ່ທີ່ສຸດໃນໂລກນີ້. ທ່ານເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ ປະຕູຍັງເປີດ (ສຳລັບ ອິນເດຍ) ແລະ ອາຊຽນ ມີຄວາມເຊື່ອໝັ້ນຕໍ່ການຮ່ວມມືລະຫວ່າງສອງຝ່າຍ, ນັບທັງການຮັບຮອງເອົາບັນດາສັນຍາການຄ້າເສລີ (FTA) ສອງຝ່າຍ.

ແນວຄວາມຄິດກ່ຽວກັບ RCEP ໄດ້ຮັບການປະກາດ ຢູ່ກອງປະຊຸມສຸດຍອດ ອາຊຽນ ປີ 2011 ຢູ່ Bali, ອິນໂດເນເຊຍ. ບັນດາການເຈລະຈາໄດ້ເລີ່ມຕົ້ນຢ່າງເປັນທາງການຢູ່ ກອງປະຊຸມສຸດຍອດ ອາຊຽນ 2012 ຢູ່ ກຳປູເຈຍ. ໂດຍມີຜົນສັກສິດແຕ່ວັນທີ 1/1/2022, RCEP ແມ່ນຂໍ້ລິເລີ່ມໂດຍ ອາຊຽນ ນຳໜ້າເພື່ອແນໃສ່ສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ ກ່ຽວກັບຍອດຜະລິດຕະພັນພາຍໃນກຸ່ມ (GDP), ກວມເອົາເກືອບ 1/3 GDP ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ