ອາຊຽນ ຍູ້ແຮງ ການເຄື່ອນໄຫວກວດກາແຮງງານ

ອາຊຽນ ຍູ້ແຮງ ການເຄື່ອນໄຫວກວດກາແຮງງານ - ảnh 1
(ພາບປະກອບ)

(vovworld) –  ກອງ​ປະຊຸມ​ກວດກາ​ແຮງ​ງານ​ອາ​ຊຽນຄັ້ງ​ທີ 4 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 03/07 ຢູ່​ຟີ​ລິບ​ປິນ. ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ​ເຊິ່ງລວມມີ ປຶກສາ​ຫາລື​ບັນດາຂໍ້​ກຳນົດ​ຂອງ​ອາ​ຊຽນ ສຳລັບ​ການ​ເຄື່ອນ​ໄຫວ​ກວດກາ​ແຮງ​ງານ; ການບຳລຸງ​ສ້າງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ໃຫ້​ບັນດາ​ນັກ​ກວດກາ; ບັນດາ​ສິ່ງ​ທ້າທາຍ ​ແລະ ມາດ​ຕະການ​ລະອຽດ​ສຳລັບ​ການ​ເຄື່ອນ​ໄຫວ​ກວດກາ ກໍ່​ຄື​ບັນດາ​ບັນຫາ​ທີ່​ພວມ​ພົ້ນ​ເດັ່ນ. ກ່າ​ວຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານນາງ​ລັດຖະມົນຕີ​ກະ​ຊວງ​ແຮງ​ງານ​ຟີ​ລິບ​ປິນ Rosalinda Baldoz ​ເນັ້ນ​ໜັກ​ວ່າ ກອງ​ປະຊຸ​ມມຸ່ງ​ໄປ​ເຖິງ​ຈຸດໝາຍ​ເພີ່ມ​ທະວີ​ການ​​ເຊື່ອມ​ໂຍງ​​ໃນ​ພາກ​ພື້ນ, ປັບ​ປຸຸງ​ເຄືອ​ຂ່າຍ​ເຄື່ອນ​ໄຫວກວດກາ​ແຮງ​ງານ​​ໃນ​ອາ​ຊຽນ. ກອງ​ປະຊຸມ​ຄັ້ງ​ນີ້​ກໍ່​ເອົາ​ໃຈ​ໃສ່​ເຖິງ​​ເນື້ອ​ໃນ​ປັບປຸງ​ການແນະນຳ​ວຽກ​ງານ​ການ​ກວດກາ​ແຮງ​ງານ​ໃຫ້​ເໝາະ​ສົມ​ກັບ​ກຳລັງ​ແຮງ​ງານ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ສຳລັບ​ບັນດາ​ຂະ​ແໜງ​ອາຊີບ​ທີ່​ຈ້າງ​​​ຄົນ​ງານ​ຕ່າງ​ປະ​ເທດ. ​ເອກະສານ​ແນ​ະນ​ຳດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ມາດຖານ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຊອກ​ຫາ​ໄດ້​ວິທີ​ຮັບປະກັນ​ສິດ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຄົນ​ງານ​ໃນ​ປະ​ເທດ ​ແລະ ຄົນ​ງານ​ຕ່າງປະ​ເທດ ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ກວດກາ​ແຮງ​ງານ.

ຂ່າວ/ບົດ​ອື່ນ