ອາ​ຊຽນ ຜັນ​ຂະ​ຫຍາຍ​ແຜນ​ການ​ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ ແລະ ສັນ​ຕິ​ພາບ​ຂອງ​ແມ່​ຍິງ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ຕາມຖະແຫຼງການຮ່ວມສະບັບໜຶ່ງຂອງ ອາຊຽນ, ວັນທີ 5 ທັນວາ, ອາຊຽນ ໄດ້ເລີ່ມຜັນຂະຫຍາຍແຜນການກະທຳພາກພື້ນກ່ຽວກັບຄວາມໝັ້ນຄົງ ແລະ ສັນຕິພາບຂອງແມ່ຍິງ, ສົມທົບກັບອົງການແມ່ຍິງ ສປຊ.

      ຖະແຫຼງການໃຫ້ຮູ້ວ່າ ແຜນການກະທຳຂອງອາຊຽນ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (ASEAN RPA on WPS) ໂດຍການນຳອາຊຽນ ຮັບຮອງເອົາທີ່ກອງປະຊຸມຂັ້ນສູງຄັ້ງທີ 40-41 ຂອງອາຊຽນ ຢູ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ເມື່ອເດືອນພະຈິກທີ່ຜ່ານມາ ແມ່ນຂໍ້ກູນແຈທີ່ອາດສາມາດມອບສົ່ງ ໃນອາຍຸການປະທານອາຊຽນ ຂອງກຳປູເຈຍ. ຕາມຖະແຫຼງການດັ່ງກ່າວ, ແຜນການນີ້ ເພື່ອແນໃສ່ຊຸກຍູ້ຄຳໝັ້ນສັນຍາ ຕໍ່ໂຄງການດຳເນີນງານກ່ຽວກັບຄວາມໝັ້ນຄົງ ແລະ ສັນຕິພາບຂອງແມ່ຍິງ ແລະ ຫັນຄຳໝັ້ນສັນຍາເປັນການກະທຳ. ຖະແຫຼງການໄດ້ຮຽກຮ້ອງໃຫ້ບັນດາປະເທດອາຊຽນ ໃຫ້ຄຳໝັ້ນໝາຍຈະປະຕິບັດແຜນການ.

ຕອບກັບ

ຂ່າວ/ບົດ​ອື່ນ