ອາຊຽນ ມານະພະຍາຍາມນຳໜ້າໃນທ່າອ່ຽງຕ້ານການປົກປ້ອງການຄ້າ

(VOVWORLD) - ໃນສະພາບການໂລກພວມປະກົດມີທ່າອ່ຽງຕ້ານການຫັນເປັນໂລກາພິວັດ, ປົກປ້ອງການຄ້າ ດັ່ງນັ້ນ ອາຊຽນ ສືບຕໍ່ປະຕິບັດນະໂຍບາຍລັດທິພາກພື້ນເປີດ
ອາຊຽນ ມານະພະຍາຍາມນຳໜ້າໃນທ່າອ່ຽງຕ້ານການປົກປ້ອງການຄ້າ - ảnh 1 ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ 

ສິ່ງດັ່ງກ່າວ ຈະເປີດສາກບັນດາກາລະໂອກາດໃຫຍ່ ບໍ່ພຽງແຕ່ໃຫ້ວິວັດການເຊື່ອມໂຍງເຂົ້າກັບພາກພື້ນ, ເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຂອງ ອາຊຽນ ເທົ່ານັ້ນ ຫາກຍັງເປີດບັນດາກາລະໂອກາດໃຫ້ວິສາຫະກິດ ອາຊຽນ ອີກດ້ວຍ. ນີ້ແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ຢູ່ນອກການໂອ້ລົມສົນທະນາ “50 ປີ ອາຊຽນ: ປະຊາຄົມເສດຖະກິດ ອາຊຽນ ແລະ ກາລະໂອກາດໃຫ້ວິສາຫະກິດ ຫວຽດນາມ”.

        “ໂດຍພື້ນຖານ ອາຊຽນ ໄດ້ຍົກເລີກທຸກອັດຕາພາສີສຳລັບສິນຄ້າພາຍໃນກັບ ອາຊຽນ. ພຽງແຕ່ມີບາງການແລກປ່ຽນພິເສດເທົ່ານັ້ນ ຫາກບາງປະເທດສະມາຊິກໃໝ່ຄື ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ ໄດ້ຮັບການຮັກສາຈົນຮອດປີ 2018 ເທົ່ານັ້ນ. ປະຈຸບັນ ມີປະມານ 100 ຂົງເຂດການບໍລິການໄດ້ຫັນເປັນເສລີ. ໃນວິໄສທັດເຖິງປີ 2025 ແລະ ໃນແຜນຊີ້ນຳການເຄື່ອນໄຫວຂອງ ອາຊຽນ ໃນ 10 ປີຈະມາເຖິງ, ອາຊຽນ ສືບຕໍ່ປະຕິບັດນະໂຍບາຍລັດທິພາກພື້ນເປີດ. ອັນນັ້ນ ຈະເປີດບັນດາກາລະໂອກາດໃຫຍ່ ບໍ່ພຽງແຕ່ໃຫ້ວິວັດການເຊື່ອມໂຍງເຂົ້າກັບພາກພື້ນ, ເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຂອງ ອາຊຽນ ເທົ່ານັ້ນ ຫາກຍັງເປີດບັນດາກາລະໂອກາດໃຫ້ວິສາຫະກິດ ອາຊຽນ ອີກດ້ວຍ ”.

ຕອບກັບ

ຂ່າວ/ບົດ​ອື່ນ