ອາຊຽນ ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ

(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 11 – 14 ກໍລະກົດ ຢູ່ ອິນໂດເນເຊຍ
ອາຊຽນ ມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ - ảnh 1ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຫວຽດນາມ

ເມື່ອຕອບສຳພາດຕໍ່ນັກຂ່າວ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຫວຽດນາມ ໃນວັນທີ 9 ກໍລະກົດ, ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 11 – 14 ກໍລະກົດ ຢູ່ ອິນໂດເນເຊຍ ຈະແລກປ່ຽນທຸກໆບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ, ບໍ່ພຽງແຕ່ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ຫາກຍັງແມ່ນທົ່ວອາຊີ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ກ້ວາງໃຫຍ່ ອີກດ້ວຍ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ຢຳ້ຄືນວ່າ: ໃນຕະຫຼອດ 56 ປີແຫ່ງການຄົງຕົວ ແລະ ພັດທະນາຂອງຕົນ, ໜຶ່ງໃນບັນດາເປົ້າໝາຍເຊິ່ງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ວາງອອກແມ່ນການ ສ້າງ ແລະ ພັດທະນາວັດທະນະທຳສົນທະນາ ແລະ ຮ່ວມມື. ພາຍຫຼັງກ່ວາເຄິ່ງສະຕະວັດ, ວັດທະນະທຳນີ້ພວມກາຍເປັນແບບວິທີ, “ເຄື່ອງໝາຍ” ຂອງ ອາຊຽນ ເມື່ອເຮັດວຽກກັບບັນດາປະເທດໃນສະຫະສະມາຄົມ, ກໍ່ຄືລະຫວ່າງສະມາຄົມກັບບັນດາຄູ່ຮ່ວມມື, ຊ່ວຍດັດປັບ ແລະ ສ້າງຄວາມກົມກ່ຽວດ້ານຜົນປະໂຫຍດ ແລະ ຜ່ານຜ່າບັນດາຄວາມແຕກຕ່າງກັນ, ຄວາມຂັດແຍ້ງກັນ. ນີ້ກໍ່ແມ່ນເປົ້າໝາຍທີ່ໄດ້ວາງອອກຂອງ ອາຊຽນ ທີ່ກອງປະຊຸມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ