ອາຊຽນ ສືບຕໍ່ບຸລິມະສິດໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

(VOVWORLD) -ປະຊາຄົມຄວນສືບຕໍ່ໃຫ້ບຸລິມະສິດແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ.
ອາຊຽນ ສືບຕໍ່ບຸລິມະສິດໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ - ảnh 1ທ່ານ Kao Kim Hourn ໄດ້ຮັບດຳລົງຕຳແໜ່ງເລຂາທິການໃຫຍ່ ອາຊຽນ ຢ່າງເປັນທາງການ
(ພາບ: TTXVN)

        ວັນທີ 09 ມັງກອນ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານ Kao Kim Hourn ໄດ້ຮັບດຳລົງຕຳແໜ່ງເລຂາທິການໃຫຍ່ ອາຊຽນ ຢ່າງເປັນທາງການ, ພາຍຫຼັງໄດ້ແຕ່ງຕັ້ງທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ຢູ່ ພະນົມເປັນ (ກຳປູເຈຍ) ໃນເດືອນ ພະຈິກ 2022.

        ໃນບົດກ່າວປາໄສຮັບດຳລົງຕຳແໜ່ງ, ທ່ານ Kao Kim Hourn, ຊາວ ກຳປູເຈຍ, ໄດ້ເນັ້ນໜັກເຖິງ 6 ບຸລິມະສິດຕົ້ນຕໍໃນໄລຍະຈະມາເຖິງ. ທີ 1 ແມ່ນທ່ານເລຂາທິການໃຫຍ່ ອາຊຽນ ຄົນໃໝ່ ຖືວ່າ, ປະຊາຄົມຄວນສືບຕໍ່ໃຫ້ບຸລິມະສິດແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ. ຖັດຈາກນັ້ນແມ່ນການກໍ່ສ້າງໂດຍອີງໃສ່ຄວາມວັດທະນາຖາວອນ; ຄວາມມານະພະຍາຍາມປົກປ້ອງໜ່ວຍພິພົບສີຂຽວ, ພິເສດແມ່ນບັນດາບັນຫາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພື້ນຖານເສດຖະກິດສີຂຽວ; ມອບສິດໃຫ້ແກ່ປະຊາຊົນ - ພິເສດແມ່ນລຸ້ນໜຸ່ມ; ເພີ່ມທະວີບັນດາການພົວພັນຄູ່ຮ່ວມມືໃນ ອາຊຽນ ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ. ສຸດທ້າຍແມ່ນ ນຳບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃຫ້ກາຍເປັນຜົນປະໂຫຍດ ແລະ ທ່າແຮງຢ່າງແທດຈິງມີຄວາມໝາຍສຳຄັນສຳລັບ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ