ອາຊຽນ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືຫລາຍດ້ານ

(VOVWORLD) - ວັນທີ 12 ເມສາ, ຄະນະກຳມະການຮ່ວມມືລວມ ອາຊຽນ - ສ.ເກົາຫຼີ (AKJCC) ໄດ້ດຳເນີນກອງປະຊຸມປະຈຳໄລຍະຄັ້ງທີ 6 ທີ່ສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫລວງ ຈາກາຕາ, ປະເທດ ອິນໂດເນເຊຍ. 

ກອງປະຊຸມແນໃສ່ສຳຫລວດກວດຄືນສະພາບການຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ຮັບຮູ້ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນການຜັນຂະຫຍາຍບັນດາການຮ່ວມມືລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ໃນໄລຍະຜ່ານມາກ່ຽວກັບບັນດາຂົງເຂດຄື: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ບຳລຸງສ້າງ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ.

        ເມື່ອແລກປ່ຽນກ່ຽວກັບການກຳນົດທິດໃນອະນາຄົດ, 2 ຝ່າຍໄດ້ເຫັນດີເປັນເອກະພາບ ຄວນສືບຕໍ່ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງ, ໝາກຜົນຂອງກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ ຄັ້ງທີ 20 (ສິງກະໂປ, ເດືອນ ພະຈິກ 2018), ຕິດພັນກັບວິໄສທັດປະຊາຄົມ ອາຊຽນ 2025 ຢ່າງແໜ້ນແຟ້ນ; ສຸມໃສ່ປະຕິບັດແຜນການດຳເນີນງານ ອາຊຽນ - ສ.ເກົາຫຼີ 2016 – 2020 ໃຫ້ສຳເລັດ, ເປັນຕົ້ນແມ່ນບັນດາການເຄື່ອນໄຫວ, ໂຄງການໃນບັນດາຂົງເຂດຄື: ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ICT, ຄວາມປອດໄພທາງອິນເຕີແນັດ, ເສດຖະກິດດີຈີຕອນ, ນະຄອນອັດສະລິຍະ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການຮ່ວມມື ແລະ ການເຂົ້າຮ່ວມຂອງ ສ.ເກົາຫຼີ ໃນຕາໜ່າງນະຄອນອັດສະລິຍະ ອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ