ອາຊຽນ, ອີຢູ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບບົນທະເລ

ອາຊຽນ, ອີຢູ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບບົນທະເລ - ảnh 1
ອາຊຽນ, ອີຢູ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບບົນທະເລ
(ພາບ: vietnamplus.vn)


​(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 04 – 06/05, ການ​ເຈລະຈາ​ຂັ້ນ​ສູງລະຫວ່າງ​ອາ​ຊຽນ - ສະຫະພາບ​ເອີ​ລົບ (ອີ​ຢູ) ກ່ຽວ​ກັບ​ການ​ຮ່ວມ​ມື​ບົນ​ທະ​ເລ​ຄັ້ງ​ທີ 2 ຖືກ​ດຳ​ເນີນ​ໄປ​ຢູ່ Kuala Lumpur, ດ້ວຍ​ຈຸດໝາຍ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ການຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ແລະ ອີ​ຢູ ​ໃນ​ຂົງ​ເຂດ​ນີ້ກວ່າ​ອີກ. ການ​ເຈລະຈາ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ​ແລະ ອົງການ​ເຄື່ອນ​ໄຫວ​ການ​ທູດ​ເອີ​ລົບ ຈັດ​ຕັ້ງ, ສະ​ຖາ​ບັນ​ທະ​ເລ​ຂອງ​ມາ​ເລ​ເຊຍ (MIMA) ​ເປັນ​ປະທານ, ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ກົນ​ໄກ​ເຈ​ລະຈາ​ພາກ​ພື້ນ​ອາ​ຊຽນ - ອີ​ຢູ (READI). ການ​ເຈລະຈາ​ມີ​ຫົວ​ຂໍ້ວ່າ “ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ລະຫວ່າງ​ຂະ​ແໜງ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປ້ອງ​ກັນຄວາມ​ສະຫງົບ​ບົນ​ທະ​ເລ”, ກອງ​ປະຊຸມ​ໄດ້​ດຶງ​ດູດຜູ້​ແທນ​ກວ່າ 100 ຄົນ ​​ເຊິ່ງແມ່ນ​ບັນດາ​ນັກຮຽນ​ຮູ້, ສາດສະດາຈານ, ນັກ​ການ​ທູດ, ນັກ​ຊ່ຽວຊານ ​ແລະ ​ຜູ້​ປະຕິບັດ​ນະ​ໂຍບາຍ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ບັນດາ​ສະ​ຖາ​ບັນ​ຂອງ​ອີ​ຢູ ​ແລະ ປະ​ເທດ​ສະມາຊິກ​ອີ​ຢູ​ເຂົ້າ​ຮ່ວມ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ຟ້າ​ມກາວ​ຟອງ ນຳ​ໜ້າ.

        ທີ່​ການ​ເຈລະຈາ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ໄດ້​ຊຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຂອບ​ເຂດ​ການ​ມື​​ໃນພາກ​ພື້ນ ​ແລະ ລະຫວ່າງ​ຂະ​ແໜງ​​ ໃນ​ການ​ປ້ອງ​ກັນຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ທີ່​ມີ​ການຈັດ​ຕັ້ງ, ​ແບ່ງ​ປັນ​ຂໍ້​ມູນ ​ແລະ ​ເຕັກນິກ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ບົນ​ທະ​ເລ, ສ້າງ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ​ໂດຍ​ອີງ​ໃສ່​ກົດໝາຍ… ບັນດາ​ຜູ້​ແທນ​ກໍ່​​ເຫັນ​ໄດ້ຜົນ​ປະ​ໂຫຍດຂອງ​ການ​ເຈລະຈາ​ຂັ້ນ​ສູງ ​ແລະ ການຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ອາ​ຊຽນ - ອີ​ຢູ. ການ​ເຈລະຈາ​ກໍ່​ເຕື້ອງ​ເຖິງ​ບັນຫາປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ຜູ້​ແທນ​ບາງ​ທ່ານ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ແນະ​ແກ້​ໄຂ​ບັນດາຂໍ້​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ, ຮັບປະກັນສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ