ອາຊຽນ ຮຽກຮ້ອງສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ ແລະ ຮ່ວມມື

(VOVWORLD) - ອາຊຽນ ໄດ້ຢືນຢັນຄືນໃໝ່ຄວາມຈຳເປັນທີ່ຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ອາຊຽນ ຮຽກຮ້ອງສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ ແລະ ຮ່ວມມື - ảnh 1(ລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມ AMM – 56)

        ອາຊຽນ ຢືນຢັນຄືນໃໝ່ຄວາມສຳຄັນຂອງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຮັບຮູ້ບັນດາຜົນປະໂຫຍດຂອງເລື່ອງຖືທະເລຕາເວັນອອກ ແມ່ນເຂດທະເລສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ນີ້ແມ່ນຄຳຢັ້ງຢືນໃນແຈ້ງການຮ່ວມໄດ້ຍົກອອກມາພາຍຫຼັງຈັດກອງປະຊຸມ AMM – 56, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ແຕ່ວັນທີ 11-12 ກໍລະກົດ.

        ແຈ້ງການຮ່ວມໃຫ້ຮູ້ວ່າ, ອາຊຽນ ໄດ້ຢືນຢັນຄືນໃໝ່ຄວາມຈຳເປັນທີ່ຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ລະງັບໃຈຕໍ່ບັນດາການກະທຳອາດຈະເຮັດໃຫ້ບັນດາການຂັດແຍ້ງກັນສັບສົນ ຫຼື ເຄັ່ງຕຶງຂຶ້ນຕື່ມທີ່ສົ່ງຜົນສະທ້ອນເຖິງສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງຫຼີກລ້ຽງບັນດາການກະທຳທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ອາຊຽນ ຢືນຢັນຄືນໃໝ່ຄວາມຈຳເປັນທີ່ຈະຕ້ອງເດີນຕາມບັນດາມາດຕະການແກ້ໄຂໂດຍສັນຕິວີທີ, ສອດຄ່ອງກັບບັນດາຫຼັກການເຊິ່ງໄດ້ຮັບຮູ້ຢ່າງກວ້າງຂວາງຂອງກົດໝາຍສາກົນ.

        ອາຊຽນ ເນັ້ນໜັກເຖິງເລື່ອງ ບໍ່ຫັນເປັນການທະຫານ ແລະ ລະງັບໃຈດ້ວຍຕົນເອງຕໍ່ທຸກການເຄື່ອນໄຫວທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ເພີ່ມຂຶ້ນ. ອາຊຽນ ຄອງຄອຍເລື່ອງບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ບັນລຸປະສິດທິຜົນ ແລະ ແທດຈິງໂດຍໄວ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ