ອາ​ຊຽນ ເຊີນ​ບັນ​ດາ​ປະ​ເທດຖື​ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ຂອງ ສົນ​ທິ​ສັນ​ຍາ SEANWFZ

(VOVWORLD) -ການຊຸກຍູ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິວເຄຼຍ ແມ່ນບຸລິມະສິດຂອງປີປະທານ ອາຊຽນ 2023 ຂອງ ອິນໂດເນເຊຍ.
ອາ​ຊຽນ ເຊີນ​ບັນ​ດາ​ປະ​ເທດຖື​ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ຂອງ ສົນ​ທິ​ສັນ​ຍາ SEANWFZ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi  ກ່າວຄຳເຫັນທີ່ການຖະແຫຼງຂ່າວ (ພາບ: Antara)

        ອາຊຽນ ຈະເລີ່ມເຈລະຈາກັບບັນດາປະເທດທີ່ຖືກຳມະສິດອາວຸດນິວເຄຼຍ ລົງນາມໃນອະນຸສັນຍາຂອງສົນທິສັນຍາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປາສະຈາກອາວຸດນິວເຄຼຍ (SEANWFZ). ນີ້ແມ່ນແຈ້ງການຂອງທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ຍົກອອກມາໃນການຖະແຫຼງຂ່າວຈັດຂຶ້ນໃນວັນທີ 6 ເມສາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ດ້ວຍຄຳຢັ້ງຢືນວ່າ ການຊຸກຍູ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິວເຄຼຍ ແມ່ນບຸລິມະສິດຂອງປີປະທານ ອາຊຽນ 2023 ຂອງ ອິນໂດເນເຊຍ.

        ຕາມທ່ານລັດຖະມົນຕີການຕ່າງປະເທດ Retno Marsudi ແລ້ວ, ໃນເສົາຄ້ຳບັນດາບັນຫາ ອາຊຽນ, ບາງເນື້ອໃນຕ້ອງສືບຕໍ່ໃຫ້ຮັບບຸລິມະສິດປຶກສາຫາລື, ລວມທັງເລື່ອງບັນດາປະເທດທີ່ມີອາວຸດນິວເຄຼຍ (NWS) ລົງນາມໃນອະນຸສັນຍາຂອງ ສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປາສະຈາກອາວຸດນິວເຄຼຍ, ເຊິ່ງຖືກຢຸດໄວ້ຊົ່ວຄາວແຕ່ປີ 2012.

        ບັນດາປະເທດ ອາຊຽນ ໄດ້ລົງນາມໃນສົນທິສັນຍາ ດັ່ງກ່າວ ເມື່ອປີ 1995, ເຊິ່ງເປັນຄຳໝັ້ນສັນຍາຮັກສາໃຫ້ພາກພື້ນທີ່ບໍ່ອາວຸດນິວເຄຼຍ ແລະ ອາວຸດລ້າງຜານອື່ນໆ.

ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ