ອາ​ຊຽນ ເພີ່ມ​ທະ​ວີ​ຖາ​ນະ​ບົດ​ບາດ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽ​ນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) -ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi ໄດ້ຊີ້ແຈ້ງວ່າ AOIP ຈະສຸມໃສ່ 4 ບຸລິມະສິດລວມມີ: ເຊື່ອມຕໍ່, ການເດີນເຮືອ, ເສດຖະກິດ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDGs). AOIP ແມ່ນຂໍ້ລິເລີ່ມ ໂດຍອິນໂດເນເຊຍ ສະເໜີ ແລະ ໄດ້ເຫັນດີເປັນເອກະພາບໃນປີ 2019

ວັນທີ 3 ກຸມພາ, ກ່າວຄຳເຫັນຫຼັງການຖະແຫຼງຂ່າວກອງປະຊຸມປະສານງານ ອາຊຽນ ຄັ້ງທີ 32 (ACC32) ຢູ່ຈາກາຕາ, ປະເທດອິນໂດເນເຊຍ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ເນັ້ນໜັ້ກເຖິງຄວາມສຳຄັນຂອງການປະຕິບັດວິໄສທັດ ອາຊຽນກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP). ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi ໄດ້ຊີ້ແຈ້ງວ່າ AOIP ຈະສຸມໃສ່ 4 ບຸລິມະສິດລວມມີ: ເຊື່ອມຕໍ່, ການເດີນເຮືອ, ເສດຖະກິດ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDGs). AOIP ແມ່ນຂໍ້ລິເລີ່ມ ໂດຍອິນໂດເນເຊຍ ສະເໜີ ແລະ ໄດ້ເຫັນດີເປັນເອກະພາບໃນປີ 2019. AOIP ຢັ້ງຢືນຖານະບົດບາດ ແລະ ທີ່ຕັ້ງຂອງອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນ ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ລວມມີ ອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ