ອາຊຽນ ແລະ 10 ປະເທດຄູ່ຮ່ວມມືຮັບຮອງເອົາບັນດາການກຳນົດທິດໃຫຍ່ພ້ອມກັບຮ່ວມມືພັດທະນາ

(VOVWORLD) - ວັນທີ 6 ສິງຫາ, ຢູ່ປະເທດ ຟີລິບປິນ, ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +1 ກັບ 10 ປະເທດຄູ່ຮ່ວມມື (PMC+1). 

ອາຊຽນ ແລະ 10 ປະເທດຄູ່ຮ່ວມມືຮັບຮອງເອົາບັນດາການກຳນົດທິດໃຫຍ່ພ້ອມກັບຮ່ວມມືພັດທະນາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ຜູ້ທີສອງເບື້ອງຂວາ)

(ພາບ: ສຳນັກຂ່າວສານ ຫວຽດນາມ)

ທີ່ກອງປະຊຸມ, ລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ 10 ປະເທດຄູ່ຮ່ວມມືໄດ້ທົບທວນຄືນການພົວພັນໃນປີ, ຮັບຮອງເອົາບັນດາການກຳນົດທິດໃຫຍ່ໃຫ້ແກ່ການຮ່ວມມືໃນໄລຍະຕໍ່ໄປ. ບັນດາປະເທດເອົາໃຈໃສ່ເປັນພິເສດເຖິງບາງຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ… ກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ບັນດາລັດຖະມົນຕີການຕ່າງປະເທດໄດ້ແລກປ່ຽນກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ໃນນັ້ນມີສະພາບການໃນແຫຼມ ເກົາຫຼີ, ທະເລຕາເວັນອອກ, ການກໍ່ການຮ້າຍ, ການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ພ້ອມທັງເນັ້ນໜັກວ່າຄວນສົມທົບຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການຮ່ວມມືເພື່ອພ້ອມກັນແກ້ໄຂບັນດາບັນຫາແມ່ນຄວາມສົນໃຈລວມ. ບັນດາລັດຖະມົນຕີ ຢືນຢັນວ່າ: ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດລວມ, ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ຊຸກຍູ້ສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຊົມເຊີຍເລື່ອງ ອາຊຽນ ແລະ ຈີນ ເຫັນດີຮັບຮອງເອົາຮ່າງກົດແຫ່ງການປະພຶດບັນດາຝ່າຍຢູ່ທະເລຕາເວັນອອກ (COC).

        ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ນຳໜ້າເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບຄຳເຫັນໃນບັນດາບັນຫາໄດ້ນຳມາແລກປ່ຽນທີ່ກອງປະຊຸມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ຍົກອອກບັນດາຂໍ້ສະເໜີຢ່າງລະອຽດ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການຮ່ວມມືເລິກເຊິ່ງກ່ວາອີກ, ບົນພື້ນຖານເສີມຂະຫຍາຍທ່າແຮງຂອງແຕ່ລະຄູ່ຮ່ວມມື, ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດ ອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ