ອາຊຽນ ແລະ ບັນດາຄູ່ຮ່ວມມືຮັບຮອງເອົາເອກະສານສຳຄັນຫຼາຍສະບັບກ່ຽວກັບການຊຸກຍູ້ການຮ່ວມມືເສດຖະກິດ

(VOVWORLD) - ທີ່ກອງປະຊຸມທາບທາມຄວາມເຫັນລັດຖະມົນຕີເສດຖະກິດ ອາຊຽນ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ, ບັນດາປະເທດຢັ້ງຢືນຄວາມຄືບໜ້າຂອງການຜັນຂະຫຍາຍແຜນການເຮັດວຽກຜັນຂະຫຍາຍກອບຂໍ້ຕົກລົງແມ່ດ້ານການຄ້າ ແລະ ການລົງທຶນ ອາຊຽນ ແລະ ອາເມລິກາ (TIFA)
 
ອາຊຽນ ແລະ ບັນດາຄູ່ຮ່ວມມືຮັບຮອງເອົາເອກະສານສຳຄັນຫຼາຍສະບັບກ່ຽວກັບການຊຸກຍູ້ການຮ່ວມມືເສດຖະກິດ - ảnh 1ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ສະມາຄົມປະຊາຊາດ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 55, ບັນດາກອງປະຊຸມທາບທາມຄວາມເຫັນຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ອາເມລິກາ, ຈີນ, ລັດເຊຍ, ອິນເດຍ, ອາຊີຕາເວັນອອກ ແລະ ກອງປະຊຸມລັດຖະມົນຕີ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຈັດຂຶ້ນໃນວັນທີ 21 ສິງຫາ ຢູ່ Semarang, ປະເທດ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດບັນດາສະມາຊິກ ອາຊຽນ ແລະ ລັດຖະມົນຕີເສດຖະກິດ ຂອງແຕ່ລະປະເທດຄູ່ຮ່ວມມື. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລວມມີຜູ້ຕາງໜ້າບັນດາກະຊວງອຸດສາຫະກຳ - ການຄ້າ, ການຕ່າງປະເທດ, ການເງິນ.

        ທີ່ກອງປະຊຸມທາບທາມຄວາມເຫັນລັດຖະມົນຕີເສດຖະກິດ ອາຊຽນ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ, ບັນດາປະເທດຢັ້ງຢືນຄວາມຄືບໜ້າຂອງການຜັນຂະຫຍາຍແຜນການເຮັດວຽກຜັນຂະຫຍາຍກອບຂໍ້ຕົກລົງແມ່ດ້ານການຄ້າ ແລະ ການລົງທຶນ ອາຊຽນ ແລະ ອາເມລິກາ (TIFA) ແລະ ຂໍ້ລິເລີ່ມຮ່ວມມືເສດຖະກິດເປີດກ້ວາງ (E3) ໄລຍະ 2022 – 2023, ຮັບຮອງເອົາແຜນການເຮັດວຽກ TIFA ແລະ E3 ອາຊຽນ - ອາເມລິກາ ໄລຍະ 2023 – 2024…

        ກ່ຽວກັບການຮ່ວມມື ອາຊຽນ - ຈີນ, ບັນດາລັດຖະມົນຕີເຫັນດີເປັນເອກະພາບຮັບຮອງເອົາຂໍ້ລິເລີ່ມຂອງ ຈີນ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານການຄ້າເອກເລັກໂຕນິກ ອາຊຽນ - ຈີນ ດ້ວຍເປົ້າໝາຍຊຸກຍູ້ການຮ່ວມມືວິສາຫະກິດຈຸລະພາກ, ນ້ອຍ ແລະ ກາງ, ສ້າງຄວາມສະດວກໃຫ້ແກ່ການຄ້າເອເລັກໂຕນິກຂ້າມຊາດ.

        ສຳລັບ ລັດເຊຍ, ບັນດາລັດຖະມົນຕີ ໄດ້ຢັ້ງຢືນຄວາມຄືບໜ້າຂອງການຜັນຂະຫຍາຍໂຄງການຮ່ວມມືລະຫວ່າງ ອາຊຽນ ແລະ ຄະນະກຳມະການເສດຖະກິດ ອາຊີ - ເອີລົບ ໄລຍະ 2020 – 2025 ກໍ່ຄືສະພາບການປະຕິບັດຂັ້ນຕອນ ແລະ ໂຄງການຮ່ວມມືການຄ້າ ແລະ ການລົງທຶນ ອາຊຽນ - ລັດເຊຍ ໄລຍະ 2021 – 2025.

        ທີ່ກອງປະຊຸມທາບທາມຄວາມເຫັນລັດຖະມົນຕີເສດຖະກິດ ອາຊຽນ - ອິນເດຍ, ບັນດາປະເທດເຫັນດີເປັນເອກະພາບຮັບຮອງເອົາບັນດາເອກະສານກະກຽມໃຫ້ແກ່ການກວດກາ, ຍົກລະດັບສັນຍາການຄ້າສິນຄ້າອາຊຽນ - ອິນເດຍ (AITIGA) ຕາມທິດຫັນການຄ້າເປັນສະດວກ, ຫັນບັນດາຮົ້ວກີດຂວາງດ້ານພາສີເປັນງ່າຍດາຍ, ເພີ່ມທະວີການພົວພັນການຄ້າລະຫວ່າງ ອາຊຽນ - ອິນເດຍ.

        ກ່ຽວກັບການຮ່ວມມື ອາຊຽນ - ອາຊີ ຕາເວັນອອກ, ບັນດາລັດຖະມົນຕີໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດພາກພື້ນ ແລະ ທົ່ວໂລກ ແລະ ຮັບຮອງເອົາຖະແຫຼງການປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ