ອາຊຽນ ແລະ ອີຕາລີ ເພີ່ມທະວີການຮ່ວມມືເຂດ

(VOVWORLD) - ເພີ່ມທະວີບັນດາການພົວພັນແລກປ່ຽນ ແລະ ການຮ່ວມມືກັບບັນດາ ທ້ອງຖິ່ນຂອງອີຕາລີ ຈະແມ່ນໜຶ່ງໃນບັນດາບູລິມະສິດທີ່ ຫວຽດນາມ ຮັກສາບົດບາດປະ ທານຂອງຄະນະກຳມະການ ອາຊຽນ ຢູ່ ອີຕາລີ (ACR)
ອາຊຽນ ແລະ ອີຕາລີ ເພີ່ມທະວີການຮ່ວມມືເຂດ - ảnh 1 ອາຊຽນ ແລະ ອີຕາລີ ເພີ່ມທະວີການຮ່ວມມືເຂດ (ພາບ: ຫວຽດນາມ+)

ນີ້ແມ່ນຄຳຢັ້ງຢືນຂອງ ທ່ານ ກາວຈິ໊ງຖ້ຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ໃນໂອກາດການຢ້ຽມຢາມ ແລະ ເຮັດວຽກ ກັບ ອຳນາດການປົກຄອງເຂດ Marche (ພາກຕາເວັນອອກ ອີຕາລີ). ຄະນະບັນດາເອກອັກຄະລັດຖະທູດ ອາຊຽນ ປະກອບມີ ຫວຽດນາມ, ອິນໂດເນເຊຍ, ຟິລິບປີນ, ມາເລເຊຍ, ມຽນມາ ແລະ ໄທ ໄດ້ມີການເຮັດວຽກກັບປະທານເຂດ Marche, ທ່ານ Luca Ceriscioli ຢູ່ສຳນັກງານໃຫຍ່ອຳນາດການປົກຄອງເຂດ ຢູ່ນະຄອນ Ancona. ຕາງໜ້າບັນດາເອກອັກຄະລັດຖະທູດ ອາຊຽນ, ທ່ານ ກາວຈິ໊ງຖ້ຽນ ເອກອັກຄະລັດຖະທູດ ຫວຽດນາມ ແນະນຳກັບຝ່າຍ ອີຕາລີ ບັນດາສະພາບໂດຍຫຍໍ້ຂອງກຸ່ມອາຊຽນ, ສະພາບແວດລ້ອມ ແລະ ໂອກາດລົງທຶນ, ດຳເນີນ ທຸລະກິດຂອງບັນດາວິສາຫະກິດຕ່າງປະເທດ ເວົ້າລວມ ແລະ ອີຕາລີ ເວົ້າສະເພາະຢູ່ອາຊຽນ. ສອງຝ່າຍເປັນເອກະພາບຈະເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ ເພື່ອສາມາດຫັນ ເປັນບັນດາໂຄງການຮ່ວມມືໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ