ອາຊຽນ ແລະ ອາເມລິກາ ລາຕິນ ເພີ່ມທະວີການເຊື່ອມຕໍ່

(VOVWORLD) - ເຫດການວັນຄອບຄົວ ອາຊຽນ ຢູ່ Caracas ປີນີ້ໄດ້ຈັດຂຶ້ນດ້ວຍເນື້ອໃນທີ່ດຶງດູດ, ຊ່ວຍໂຄສະນາ, ເຜີຍແຜ່ກ່ຽວກັບປະຊາຄົມ ອາຊຽນ ຄືລາຍການພົວພັນແລກປ່ຽນອາຫານການກິນ
ອາຊຽນ ແລະ ອາເມລິກາ ລາຕິນ ເພີ່ມທະວີການເຊື່ອມຕໍ່ - ảnh 1ບັນດາເອກອັກຄະລັດຖະທູດເຂົ້າຮ່ວມລາຍການ
(ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (8/8/1967 – 8/8/2023) ແລະ 28 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ອາຊຽນ (28/7/1995 – 28/7/2023), ວັນທີ 30 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ Venezuela ໄດ້ສົມທົບກັບຄະນະກຳມະການ ອາຊຽນ ປະຈຳ Caracas (ACC) ຈັດວັນຄອບຄົວ ອາຊຽນ 2023. ເຫດການວັນຄອບຄົວ ອາຊຽນ ຢູ່ Caracas ປີນີ້ໄດ້ຈັດຂຶ້ນດ້ວຍເນື້ອໃນທີ່ດຶງດູດ, ຊ່ວຍໂຄສະນາ, ເຜີຍແຜ່ກ່ຽວກັບປະຊາຄົມ ອາຊຽນ ຄືລາຍການພົວພັນແລກປ່ຽນອາຫານການກິນ, ກິລາ, ການເສັງຊອກຫາ ກ່ຽວກັບ ອາຊຽນ.

        ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຈຸງໝີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Venezuela, ປະທານໝູນວຽນ ACC, ເນັ້ນໜັກວ່າ ໃນຕະຫຼອດ 28 ປີເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ມີການປະກອບສ່ວນຕັ້ງໜ້າ ແລະ ສຳຄັນຫຼາຍຢ່າງໃນການພັດທະນາລວມຂອງສະມາຄົມ, ສ້າງພື້ນຖານເພື່ອສ້າງປະຊາຄົມ ອາຊຽນ ມີຄວາມສະໜິດຕິດພັນໃນ 3 ເສົາຄ້ຳ, ນັ້ນແມ່ນປະຊາຄົມການເມືອງ - ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ - ສັງຄົມ.

        ສ່ວນທ່ານ Gareth Bynoe, ເອກອັກຄະລັດຖະທູດ Saint Vincent ແລະ Grenadines, ປະເທດພວມຮັກສາບົດບາດເປັນປະທານໝູນວຽນ CELAC, ຕີລາຄາສູງນ້ຳໃຈສະໜິດຕິດພັນ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດຂຶ້ນກັບ ອາຊຽນ, ຖືວ່າ ການພົວພັນ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ຄະນະກຳມະການ ອາຊຽນ ປະຈຳ Caracas (ACC) ແລະ ບັນດາປະເທດ CELAC ແມ່ນພື້ນຖານເພື່ອຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ພາກພື້ນລະຫວ່າງ CELAC ແລະ ອາຊຽນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ