ອາຊຽນ ໃກ້ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນຫາທະເລຕາເວັນອອກ

ອາຊຽນ ໃກ້ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນຫາທະເລຕາເວັນອອກ - ảnh 1
ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລະ ຄູ່ຕຳແໜ່ງ ກຳປູເຈຍ
(ພາບ: AFP)

(vovworld) – ວັນ​ທີ 19/7, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ Marty Natalegawa ​ໃຫ້​ຮູ້​ວ່າ: ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ຢູ່​ໃກ້​ຈະ​ເຫັນ​ດີ​ເຫັນ​ພ້ອມ ຕໍ່​ຖະ​ແຫຼ​ງການ​ກ່ຽວ​​ກັບ​ການ​ພິພາດ​​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເຖິງ​ວ່າຍັງ​ມີ​ບັນດາ​ຄວາມ​ເຫັນ​ທີ່​ກົງກັນຂ້າມ, ​​ແຕ່ໃນ​ສະພາບ​​ຕົວ​ຈິງ, ອາ​ຊຽນຍັງ​ມີ​ຄວາມ​ສາມັກຄີ​ກັນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ, ພາຍຫຼັງ​​ການ​ຢ້ຽມຢາມ ຫວຽດນາມ ​ແລະ ຟິລິບ​ປິນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ​: ທ່ານ​ພວມ​ເຮັດ​ວຽກ​ເພື່ອ​ກຳນົດ “ບັນດາ​ທັດສະນະ​ອັນ​ເປັນ​ພື້ນຖານ​ຂອງ ອາ​ຊຽນ ທີ່​ມີ​ຕໍ່​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ”, ສິ່ງ​ດັ່ງກ່າວຈະ​ຊ່ວຍລົບ​ລ້າງ​ຂໍ້​ສັງ​ເກດ​ທີ່​ວ່າ: 10 ປະ​ເທດ ອາ​ຊຽນ ພວມ​ຖືກ​ແບ່ງ​ແຍກ. ທ່ານ Natalegawa ​ໄດ້​ສວມ​ບົດບາດ​ເປັນ​ຄົນ​ກາງ​ໄກ່​ເກ່ຍພາຍຫຼັງ​ທີ່​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ທີ່​ຜ່ານ​ມາ ຢູ່ ກຳປູ​ເຈຍບໍ່​ສາມາດ​ພາ​ໄປ​ເຖິງ​ທັດສະນະ​ລວມ ກ່ຽວ​ກັບ​ບັນຫາ​ພິພາດ​​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສິ່ງ​ດັ່ງກ່າວ​ພາ​ໄປ​ເຖິງ​ເລື​່ອງ ​ເປັນ​ຄັ້ງ​ທຳ​ອິດ, ທີ່ບັນດາ​ກອງ​ປະຊຸມ ອາ​ຊຽນ ບໍ່​ສາ​ມາດ​ອອກ​ຖະ​ແຫຼ​ງການ​ຮ່ວມ​ໃນ​ຕະຫຼອດ 45 ປີ​ແຫ່ງ​ການ​ຄົງ​ຕົວ​ຂອງ​ກຸ່ມ​ນີ້​ໄດ້.

ຂ່າວ/ບົດ​ອື່ນ