ອາ​ຊຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ປະ​ຊາ​ຄົມ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກວມ​ລວມ, ຖື​ມະ​ນຸດ​ເປັນ​ໃຈ​ກາງ

(VOVWORLD) - ວັນທີ 28 ກັນຍາ ຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ໄຂຂຶ້ນ ແລະ ດຳເນີນວາລະປຶກສາຫາລືກ່ຽວກັບບັນດາບັນຫາສັງຄົມຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ.

ອາ​ຊຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ປະ​ຊາ​ຄົມ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກວມ​ລວມ, ຖື​ມະ​ນຸດ​ເປັນ​ໃຈ​ກາງ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ໂດຍຕາງໜ້າໃຫ້ແກ່ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ອາຊຽນ ຍາມໃດກໍ່ຖືການພັດທະນາ ສັງຄົມແມ່ນບຸລິມະສິດແຖວໜ້າ ແລະ ໃຫ້ຄຳໝັ້ນສັນຍາສ້າງປະຊາຄົມສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ຖືມະນຸດເປັນໃຈກາງ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ(SDGs)  ຂອງ ສປຊ. ອາຊຽນ ບັນລຸໄດ້ບັນດາຄວາມກ້າວໜ້າໃນການເຕີບໂຕເສດຖະກິດ, ພັດທະນາ ແລະ ມີການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ ຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືມະນຸດ ທັງເປັນເຈົ້າຂອງ ທັງເປັນເປົ້າໝາຍ, ກຳລັງໜູນ ໃນທຸກນະໂຍບາຍພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ