ອາຊຽນ-ຈຸດເດັ່ນກ່ຽວກັບການຮ່ວມມືມິດຕະພາບ,ສາມັກຄີແລະໄວ້ເນື້ອເຊື່ອໃຈ

ອາຊຽນ-ຈຸດເດັ່ນກ່ຽວກັບການຮ່ວມມືມິດຕະພາບ,ສາມັກຄີແລະໄວ້ເນື້ອເຊື່ອໃຈ - ảnh 1
​ທ່ານ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ
photo:baotintuc.vn

(vovworld)-​ ຕອນ​ຄ່ຳ​ວັນ​ທີ 28/7 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລ​ີມ​ສະ​ຫລອງ 20 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ (28/7/1995-28/7/2015) ແລະ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ (8/8/1967-8/8/2015). ເຂົ້າ​ຮ່ວມ​ພິ​ທີ, ມີ​ທ່ານ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ທ່ານ​ເລ​ເລືອງ​ມີງ, ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ພ້ອມ​ກັບ​ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຂອງ​ອາ​ຊຽນ, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ສາ​ກົນ ຢູ່ ຫວຽດ​ນາມ ແລະ ການ​ນຳ​ກະ​ຊວງ, ຂະ​ແຫນງການ ແລະ ທ້ອງ​ຖິ່ນ​ຕ່າງໆ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ສະ​ເຫລີມ​ສະ​ຫລອງ, ທ່ານ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເນັ້ນ​ຫ​ນັກ​ວ່າ: ປີ 2015 ອາ​ຊຽນ ມີ​ຄວາມ​ເອກອ​້າງ​ທະ​ນົງ​ໃຈ​ຈະ​ກາຍ​ເປັນ​ປະ​ຊາ​ຄົມ​ທຳ​ອິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ພາກ​ພື້ນ ອາ​ຊີ. ທ່ານ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມເນັ້ນ​ຫນັກ​ວ່າ:

        “ອາ​ຊຽນ ໄດ້​ນຳ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈາກ​ພາກ​ພື້ນ ຖືກ​ແບ່ງ​ແຍກ ຍ້ອນ​ການ​ສູ້​ຢັນ ແລະ ລະ​ແວງ​ສົງ​ໃສ, ກາຍ​ເປັນ​ຈຸດ​ເດັ່ນ​ກ່ຽວ​ກັບ​ການ​ຮ່ວມ​ມື, ມິດ​ຕະ​ພາບ, ສາ​ມັກ​ຄີ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ ພ້ອມ​ກັນ​ສູ້​ຊົນ ເພື່ອ​ຈຸດ​ໝາຍ​ລວມ ນັ້ນ​ແມ່ນ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກຳ​ລັງ​ແຮງ​ຂອງ​ຄວາມ​ສາ​ມັກ​ຄີ ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ຜ່ານ​ຜ່າ​ບັນ​ດາ​ຮົ້ວ​ກີດ​ຂວາງ​ຂອງ​ປະ​ຫວັດ​ສາດ ແລະ ຄວາມ​ແຕກ​ຕ່າງ ພ້ອມ​ກັນ​ດຳ​ລົງ​ຊີ​ວິດ​ຮ່ວມ​ພາຍ​ໃຕ້​ຊາຍ​ຄາ​ລວມ ອາ​ຊຽນ ແລະ ແບ່ງ​ປັນ​ຊາ​ຕາ​ກຳ​ລວມ. ​ອາ​ຊຽນ ໄດ້ ແລະ ພວມ​ແມ່ນ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ- ປາ​ຊີ​ຟີກ.”

        ຊື່ງ​ແມ່ນ​ສະ​ມ​າ​ຊິກ​ຕັ້ງ​ຫນ້າ, 20 ປີ​ຜ່ານ​ມາ ຫວຽດ​ນາມ​ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ອາ​ຊຽນ ຮ່ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ, ສາ​ມັກ​ຄີ ແລະ ເປັນ​ເອ​ກະ​ພາບ, ສືບ​ຕໍ່​ສວມ​ບົດ​ບາດ​ສູນ​ກາງ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນ​ທີ່​ພວມ​ສ້າງ​ຂຶ້ນ. ຕາມ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ, ໃນ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ຂອງ​ອາ​ຊຽນ, ຫວຽດ​ນາມ ຕັດ​ສິນ​ໃຈ​ສຸມ​ໃສ່​ບັນ​ດາ​ແຫລ່ງ​ກຳ​ລັງ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ ເພື່ອ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ, ສາ​ມັກ​ຄີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ. ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ​ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ອາ​ຊຽນ, ເພື່ອ​ຜົນ​ປະ​ໂຫຍດ​ແທດ​ຈິງ​ຂອງ​ປະ​ຊາ​ຊົນ​ທຸກ​ລຸ້ນ​ຄົນ​ໃນ​ປະ​ຈຸ​ບັນ​ກໍ​ຄື​ໃນ​ອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ