ອາຊຽນຈະຮັບຮອງເອົາ ບາງຂໍ້ກຳນົດໃໝ່ໃນສັນຍາການຄ້າເສລີ

ອາຊຽນຈະຮັບຮອງເອົາ ບາງຂໍ້ກຳນົດໃໝ່ໃນສັນຍາການຄ້າເສລີ - ảnh 1
(ພາບປະກອບ)

(vovworld) – ​​​ໃນ​ລະຫວ່າງ​ວັນ​ທີ 20 – 21/10, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ອາ​ນຸພາກ​ພື້ນ​ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດຂອງ​ສິນຄ້າ ຕາມ​ສັນຍາ​ການ​ຄ້າ​​ເສລີອາ​ຊຽນ ຄັ້ງ​ທີ 16. ທີ່​ກອງ​ປະຊຸ​ມຄັ້ງ​ນີ້, ຜູ້​ແທນ​ບັນດາ​ປະ​ເທດ​ສະມາຊິກ ​ໄດ້​ປຶກສາ​ຫາລື​ຫຼາຍບັນຫາ​ສຳຄັນ, ບັນຫາ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ບັນດາ​ປະ​​ເທດ​ສະມາຊິກ​ອາຊຽນ ​ໄດ້​ເປັນ​ເອກະ​ພາບ​ບາງ​ຂໍ້​ກຳນົດ​ໃນ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນຄື: ບັນດາ​ສະມາ​ຊິກ ອາດ​ຈະຮັບ​ຮູ້​ໃບ​ຢັ້ງຢືນ​ຕົ້ນ​ກຳ​ເນີ​ດຂອງ​ສິນຄ້າ​ຜ່ານ​ລະບົບ​ການ​ຄ້າ​ເອ​ເລກ​ໂຕ​ນິກ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ລາຍ​ງານ​ວຽກ​ງານ​ຈັດ​ຕັ້ງ​ປະຕິບັດ​ກິດຈະກຳ​ທົດ​ລອງ​ໃບ​ຢັ້ງຢືນ​ຕົ້ນ​ກຳ​ເນີ​ດສິນຄ້າ. ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມຄະນະ​ກຳມະການ​ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ ຄັ້ງ​ທີ 16, ​ເຊິ່ງຈະຈັດ​ຂຶ້ນ​ໃນ​ວັນ​ທີ 22 – 24/10 ​ເພື່ອ​ພິຈາລະນາ​ຮັບຮອງ​ເອົາ.

ຂ່າວ/ບົດ​ອື່ນ