ອາຊຽນຊຸກຍູ້ແລະປົກປ້ອງສິດຂອງແມ່ຍິງແລະເດັກນ້ອຍ

ອາຊຽນຊຸກຍູ້ແລະປົກປ້ອງສິດຂອງແມ່ຍິງແລະເດັກນ້ອຍ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ພິ​ເສດ​ຂອງ​ຄະນະ​ກຳມະການ​ກ່ຽວ​ກັບ​ການ​ຊຸກຍູ້ ​ແລະ ປົກ​ປ້ອງສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ (ACWC) ສັງ​ກັດ ອາ​ຊຽນ, ທີ່​ຫາ​ກໍ່​​ໄດ້​ຮັບ​ການຈັດ​ຕັ້ງຢູ່​ນະ​ຄອນ​ຫຼວງ Bandar Seri Begawan ຂອງ ບຮູ​ໄນ, ​​ໄດ້ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ​ແຜນການ​ເຄື່ອນ​ໄຫວ​ປີ 2014. ກອງ​ປະຊຸມ ACWC ກໍ່​ປຶກສາ​ຫາລື​ຍຸດ​ທະ​ສາດ​ປະຕິບັດ 8 ຂົງ​ເຂດ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ຖະ​ແຫຼ​ງການ​, ​ໃນ​ນັ້ນ, ສຸ​ມ​ໃສ່​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ລະອຽດ​​ໃຫ້​ແກ່​ປີ 2014 ບົນ​ພື້ນຖານ​ແຜນການ​ປະຕິ​ບັດ​ງານ ACWC ​ໄລຍະ 2012 – 2016. ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ACWC ຈະ​ທາ​ບທາມ​ຄວາມ​ເຫັນ​ລະຫວ່າງ​ຂະ​ແໜງ ກັບ​ບັນ​ດາ​ອົງການ​ກ່ຽວຂ້ອງ​ອື່ນ​ຂອງ ອາ​ຊຽນ ​ແລະ ​ເຈລະຈາ​ກັບ​ບັນ​ດາ​ອົງການ​ສັງຄົມ​ພົນລະ​ເຮືອ​ນ, ພິຈາລະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ປະກອບ​ສ່ວນ​ຂອງ ACWC ​ເຂົ້າ​ໃນ​ການ​ປະຕິ​ບັດ​ຖະ​ແຫຼ​ງການ​ດັ່ງກ່າວ, ຈັດ​ຕັ້ງ​ກອງ​ປະຊຸມ ​ແລະ ບຳລຸງ​ສ້າງ​ບັນດາ​ອົງການ​ບໍລິການ​ສັງຄົມ​ຢູ່ ສິງ​ກາ​ໂປ​, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການສົ່ງ​ເສີມ​ການສຳ​ພັດ​ກັບ​ຄວາມ​ຍຸຕິ​ທຳ​ໃຫ້​ແກ່​ບັນດາ​ແມ່ຍິງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ຄ້າ​ມະນຸດ​ຢູ່ ບຣູ​ໄນ.​.​. ນອກຈາກ​ນັ້ນ, ກອງ​ປະຊຸມ​ໄດ້​ພິຈາລະນາ​ຄວາມ​ຄືບ​ໜ້າ​ປະຕິບັດບັນດາ​ໂຄງການ ACWC ​ໃຫ້​ສຳ​ເລັດ​ຜົນ, ພິ​ເສດ​ແມ່ນ​ບັ​ນດາ​ໂຄງການຈະ​ໄດ້​ປະຕິບັດ​ສຳ​ເລັດ​ໃນ​ປີ​ນີ້, ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ກອງ​ປະຊຸມ ACWC ຄັ້ງ​ທີ 8 ​ໃນ​ລະຫວ່າງ​ວັນ​ທີ 17 – 20/2/2014 ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນທີ່ Jakarta, ປະ​ເທດ ອິນ​ໂດ​ເນ​ເຊຍ​.

 

ຂ່າວ/ບົດ​ອື່ນ