ອາຊຽນ-ນິວຊີແລນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນແລະແທດຈິງ

ອາຊຽນ-ນິວຊີແລນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນແລະແທດຈິງ - ảnh 1
ບັນດາຜຸູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: Đỗ Quyên/TTXVN)

(vovworld) – ວັນ​ທີ 2/7, ຢູ່ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 3 ຄະນະ​ກຳມະການ​ຮ່ວມ​ມື​ລວມ ອາ​ຊຽນ-ນິວຊີ​ແລນ (ANZJCC) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຄະນະ​ກຳມະການ​ບັນດາ​ຜູ້ຕາງໜ້າ​ປະຈຳ ອາ​ຊຽນ (CPR) ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ນິວຊີ​ແລນ ປະຈຳ​ອາ​ຊຽນ ​ເພື່ອ​ແນ​ໃສ່ທົບ​ທວນຄືນການ​ພົວພັນ​ຮ່ວມ​ມື ອາ​ຊຽນ-ນິວຊີ​ແລນ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ກຳນົດ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ວຽກ​ງານ​ກະກຽ​ມ​​ໃຫ້ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ຄູ່​​ເຈລະຈາ ອາ​ຊຽນ-ນິວຊີ​ແລນ.

        ກ່າວ​ຄຳ​ເຫັນ​ທີ່​ການປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ອາ​ຊຽນ ຫງວຽນ​ຮວັ່ນ​ນຳ  ​​ຕີ​ລາຄາ​ສູງໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ຂອງ ນິວຊີ​ແລນກັບ ອາ​ຊຽນ ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ​ໃນ​ໄລຍະ​ຜ່ານ​ມາ; ສະ​ເໜີ​ບາງ​ບຸລິມະສິດ​​ໃນການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ-ນິວຊີ​ແລນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ-​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ-​ສັງຄົມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮວັ່ນ​ນຳ   ກໍ​ເນັ້ນ​ໜັກ​ວ່າ: ​ໃນ​ປີ 2015, ອາ​ຊຽນ ​ແລະ ນິວຊີ​ແລນ ສະ​ເຫຼີ​ມສະ​ລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​​ເຈລະຈາ, ທັງກໍ​ແມ່ນ​ປີ ຫວຽດນາມ ​ແລະ ນິວຊີ​ແລນ ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ; ຫວຽ​ດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮຽງ​ບ່າ​ຮຽງ​​ໄຫຼ່ກັບ ອາ​ຊຽນ ສ້າງ​ການ​ພົວພັນ ອາ​ຊຽນ-ນິວຊີ​ແລນ ​ໃຫ້ໝັ້ນຄົງ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ