ອາຊຽນພວມມານະພະຍາຍາມພ້ອມກັບສປຊແກ້ໄຂບັນດາສິ່ງທ້າທ້າຍຕໍ່ຄວາມໝັ້ນຄົງ

ອາຊຽນພວມມານະພະຍາຍາມພ້ອມກັບສປຊແກ້ໄຂບັນດາສິ່ງທ້າທ້າຍຕໍ່ຄວາມໝັ້ນຄົງ - ảnh 1
(ທ່ານ​ນາງ​ເອກອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ)

(vovworld) – ອາຊຽນ ພວມມານະພະຍາຍາມພ້ອມກັບສະຫະ​ປະຊາ​ຊາດແກ້ໄຂບັນດາສິ່ງທ້າທ້າຍຕໍ່​ຄວາມ​ໝັ້ນຄົງ​. ສິ່ງ​ດັ່ງກ່າວ​​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ເອກອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້ຕາງໜ້າຫວຽດນາມ ປະຈຳສະຫະ​ປະຊາ​ຊາ​ດ ​ໃນ​ບົດ​ກ່າວ​​ປາ​ໄສ​ທີ່ວາລະ​ປະຊຸມ​ປຶກສາ​ຫາລື ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ຫົວ​ຂໍ້ “ບັນດາ​ອົງການຈັດ​ຕັ້ງ​ໃນ​ພາກ​ພື້ນ ​ແລະ ສິ່ງ​ທ້າ​ທ້າຍ​ສຳລັບ​ຄວາມ​ໝັ້ນຄົງ​ໃນ​ທົ່ວ​​ໂລກ​ປະຈຸ​ບັນ”, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 18/08, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ທ່ີ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ.

        ທ່ານ​ນາງ​ເອກອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຖື​ວ່າ, ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ ​ໄດ້​ສວມ​ບົດບາດ​ສຳຄັນ​ໃນ​ສະພາບ​ທີ່​ປະຊາ​ຄົມ​ໂລກ ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ຄວາມ​ມານະ​ພະຍາຍາມ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງສາກົນ ​ຍ້ອນ​ບັນດາ​ບັນຫາປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ເຄີຍ​ມີ​ມາ ​ແລ​ພ ບໍ່​ເຄີຍ​ມີ​ມາ ສືບ​ຕໍ່​ມີ​ການ​ຜັນ​ແປ່​ຫຼາຍ​ຢ່າງ​ທີ່​ສັບສົນ. ​ໃນ​ຊຸມ​ປີຜ່ານມາ, ອາ​ຊຽນ ​ໄດ​້ມານະ​ພະຍາຍາມ ຮ່ວມ​ແຮ​ງຮ່ວມ​ໃຈ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ອາ​ຊຽນ ກໍ​ພວ​ມຮ່ວມ​ມືຢ່າງ​ແໜ້ນ​ແຟ້ນກັບ​ບັນ​ດາ​ຄູ່​ຮ່ວມ​ມື ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ​ແກ່​ໄຂການ​ຂັດ​ແຍ້​ງ​ໃນ​ພາກພື້ນ​ໂດຍ​ສັນຕິ​ວິທີ, ​ໃນ​ນັ້ນ​ມີການ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ນອກຈາກ​ນັ້ນ, ຍາມ​ໃດ ອາ​ຊຽນ ກໍ​ຖື​ເປັນ​ສຳ​ຄັນ​ເລື່ອງ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ມີ​ເລື່ອງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫ​ວຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ. ຕາມ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ແລ້ວ, ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່, ຕ້ອງ​ເຄົາລົບ​ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮັບ​ຟັງ​ທັດສະນະ​ຂອງ​ຝ່າຍຕ່າງໆ, ​ເຄົາລົບ​ບັນດາ​ຫຼັກກາ​ນ​ໂດຍ​ພື້ນຖານ​ຂອງ​ກົດ​ໝາຍສາກົນ, ​ໃນ​ນັ້ນ​ມີ​ການ​ເຄົາ​ລົບ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ