ອາຊຽນ-ລັດເຊຍມຸ່ງໄປເຖິງພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ

ອາຊຽນ-ລັດເຊຍມຸ່ງໄປເຖິງພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 16/03, ຢູ່​ນະຄອນຫຼວງ ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 14 ຄະນະ​ກຳມະການ​ຮ່ວມ​ມື​ລວ​ມອາ​ຊຽນ - ລັດ​ເຊຍ (ARJCC) ຢູ່​ສຳນັກງາ​ນຄະນະ​ເລ​ຂາ​ອາ​ຊຽນ ​ເພື່ອ​ແນ​ໃສ່​ທົບ​ທວນຄືນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ວຽກ​ງານ​ກະກຽມ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງຕັ້ງ​ການ​ພົວພັນ​ຄູ່​​ເຈລະຈາອາ​ຊຽນ - ລັດ​ເຊ​ຍ (1996 - 2016). ກ່ຽວ​ກັບ​ທິດ​ທາງການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ອາ​ຊຽນ ​ແລະ ລັດ​ເຊຍ ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ກວ່າ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື​ຊຸກ​ຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ຕ້ານ​ກໍ່​ການ​ຮ້າຍ… ​ໃນ​ຕໍ່ໜ້າ, 2 ຝ່າຍ​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ສຳ​ເລັດ​​ແຜນ​ການ​ເຄື່ອນ​ໄຫວ​ຮອບດ້ານ​ອາ​ຊຽນ - ລັ​ດ​ເຊຍ ​ໄລຍະ 2016 – 2020 ​ເພື່ອ​ຍື່ນ​ສະ​ເໜີ​ຕໍ​່ການ​ນຳ​ຂັ້ນ​ສູງ​ຮັບຮອງ​ເອົາ​ໃນປີ​ນີ້. ທີ່​ການ​ປະຊຸມ, ຝ່າ​ຍລັດ​ເຊຍ ຢືນຢັນ​ນະ​ໂຍບາຍ​ຖື​ການ​ຮ່ວມ​ມື​ກັບ​ອາ​ຊຽນ ​ເປັນ​ສຳຄັນ, ​ເນັ້ນ​ໜັກ​ເຖິງ​ການ​ສະໜັບສະໜູນ​ອາ​ຊຽນ ​ໃນ​ການ​ຜັນ​ຂະຫຍາຍ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025, ສະໜັບສະ​ໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ຕັ້ງໜ້າ​ປະກອບສ່ວນ​​ເຂົ້າໃນ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ຄວາມ​​ໝັ້ນ​ຄົງພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ…

ຂ່າວ/ບົດ​ອື່ນ