ອາຊຽນສະເໜີຕົວສູນຮ່ວມມືຕ້ານຢາເສບຕິດ

ອາຊຽນສະເໜີຕົວສູນຮ່ວມມືຕ້ານຢາເສບຕິດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ໄທ  ໄພ​ບຸນ ກຸມຈ​າຢາ
(ພາບ: macaudailytimes.com)


(vovworld) – ສູນ​ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນະ​ຄອນຫຼວງ ບາງກອກ (ປະ​ເທດ​ໄທ), ເພື່ອ​ແນ​ໃສ່​ປັບ​ປຸງ, ສົມ​ທົບ​ກັນ​​ຢ່າງແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໃນ​ການ​ປະ​ຕິ​ບັດ​ຈຸດ​ໝາຍ “ ອາ​ຊຽນ ປອດ​ຢາ​ເສບ​ຕິດ​ໃນ​ປີ 2015”. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ໄທ  ໄພ​ບຸນ ກຸມຈ​າຢາ, ສູນ​ດັ່ງ​ກ່າວ​ຈະ​ແມ່ນ​ເວ​ທີ​ປາ​ໄສ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື ແລະ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ​ລະ​ຫວ່າງ​ບັນ​ດາ​ປ​ະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ກໍ່​ຄື​ລະ​ຫວ່າງ ອາ​ຊຽນ ກັບ ຈີນ, ຍີ່​ປຸ່ນ ແລະ ສ. ເກົາຫຼີ.

        ໃນ​ຕໍ່​ໜ້າ, ສູນ​ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ​ສຸ​ມ​ໃສ່​ໄປ​ສ​ູ່​ໃນ​ບັນ​ຫາ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ຫຼັງ​ຈາກນັ້ນ​ຈະ​ເປີດ​ກ້​ວາງ​ເຂົ້າ​ບັນ​ດາ​ຂົງ​ເຂດ​ກ່ຽວ​ຂ້ອງ​ເຖິງ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ.

        ພາຍຫຼັງ​ພິ​ທີ​ສະ​ເໜີ​ຕົວ​ໃນ​ວັນ​ທີ 19/9, ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ​ກັບ ຈີນ, ຍີ່​ປຸ່ນ, ສ. ເກົາຫຼີ (ASOD + 3) ແລະ ຮ່ວມ​ມື​ຄວບ​ຄຸມ​ຢາ​ເສບ​ຕິດ. ກອງ​ປະ​ຊຸມຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແໜ້ນ​ແຟ້ນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ບັ້​ນ​​ເຄື່ອນ​ໄຫວ​ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ແລະ ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ດັ່ງ​ກ່າວ.

 


ຂ່າວ/ບົດ​ອື່ນ