ອາຊຽນສ້າງຄວາມກົມກຽວດ້ານຜົນປະໂຫຍດໄລຍະສັ້ນຂອງປະເທດສາດກັບຜົນປະໂຫຍດລວມໄລຍະຍາວຂອງພາກພື້ນ

(VOVWORLD) -ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ, ທ່ານເລຂາທິການໃຫຍ່ ເລເລືອງມິງ ຢືນຢັນວ່າ:

ອາຊຽນສ້າງຄວາມກົມກຽວດ້ານຜົນປະໂຫຍດໄລຍະສັ້ນຂອງປະເທດສາດກັບຜົນປະໂຫຍດລວມໄລຍະຍາວຂອງພາກພື້ນ - ảnh 1 ທ່ານເລຂາທິການໃຫຍ່ ເລເລືອງມິງ

(ພາບປະກອບ)

ພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ອາຊຽນ ໄດ້ສ້າງວິໄສທັດໄລຍະຍາວຂອງກຸ່ມຮອດປີ 2025, ເປີດກາລະໂອກາດຫຼາຍຢ່າງໃຫ້ປະຊາຄົມອາຊຽນ ພັດທະນາຮອບດ້ານ, ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກວ່າ ເພື່ອສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຜົນສະທ້ອນເຖິງພາກພື້ນ ແລະ ທົ່ວໂລກຢ່າງໃຫຍ່ຫຼວງກວ່າ. ເຖິງຢ່າງໃດກໍ່ຕາມ, ເພື່ອກຳແໜ້ນໄດ້ກາລະໂອກາດນັ້ນ, ອາຊຽນ ຕ້ອງຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ. ທ່ານ ເລເລືອງມິງ ຖືວ່າ.

        “ເມື່ອອາຊຽນ ສ້າງຕັ້ງປະຊາຄົມໂດຍອີງໃສ່ກົດໝາຍ, ລະບົບກົດໝາຍຂອງບັນດາປະເທດຍັງຄົງຄ້າງຄວາມແຕກຕ່າງກັນ. ມັນຈຳກັດການປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງລວມ. ຊ່ອງຫວ່າງການພັດທະນາໃນແຕ່ລະປະເທດ ກໍຄືລະຫວ່າງບັນດາປະເທດອາຊຽນ ຍັງໃຫຍ່ຫຼວງຢູ່, ຈຳກັດຄວາມສາມາດຂອງບັນດາປະເທດດ້ອຍພັດທະນາ ບໍ່ພຽງແຕ່ໃນການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງລວມເທົ່ານັ້ນ, ຫາກນັບທັງກຳລັງພັດທະນາກວມລວມ ເພື່ອແນໃສ່ຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກວິວັດການສ້າງປະຊາຄົມ, ການເຊື່ອມໂຍງຂອງອາຊຽນ ອີກດ້ວຍ”.

        ຄຽງຂ້າງນັ້ນ, ຄວາມຮູ້ຂອງປະຊາຊົນກ່ຽວກັບປະຊາຄົມອາຊຽນ, ບັນດາການຜັນແປທີ່ສັບສົນໃນພາກພື້ນ, ໂດຍສະເພາະແມ່ນບັນດາການກະທຳພຽງລຳພັງຝ່າຍດຽວທີ່ລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ, ກໍຄືສິ່ງທ້າທາຍອັນໃຫຍ່ຫຼວງຂອງອາຊຽນ ໃນປະຈຸບັນ. ເພື່ອຜ່ານຜ່າບັນດາສິ່ງທ້າທາຍນັ້ນ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ຖືວ່າ, ບັນດາປະເທດອາຊຽນ ຄວນຍູ້ໄວວິວັດການກົມກຽວບັນດາລະບົບກົດໝາຍແຫ່ງຊາດ, ແກ້ໄຂຄວາມດຸ່ນດ່ຽງລະຫວ່າງບັນດາຜົນປະໂຫຍດໃນຕໍ່ໜ້າ, ໄລຍະສັ້ນຂອງປະເທດຊາດ ເພື່ອຜົນປະໂຫຍດລວມ, ຜົນປະໂຫຍດອັນຍາວນານຂອງທັງປະຊາຄົມ, ເພີ່ມທະວີວັດທະນະທຳການປະຕິບັດ…

ຕອບກັບ

ຂ່າວ/ບົດ​ອື່ນ