ອາຊຽນສ້າງແຜນການປະຊາຄົມວັດທະນະທຳສັງຄົມ

ອາຊຽນສ້າງແຜນການປະຊາຄົມວັດທະນະທຳສັງຄົມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 15 ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4/6 ຢູ່ ແຂວງ ຫລວງ​ພະ​ບາງ ສ​ປ​ປ ລາວ. ທີ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ພິ​ຈາ​ລະ​ນາບ​ັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ ສັງ​ຄົມ ອາ​ຊຽນ ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ 2016 ຂອງ​ລາວ, ການ​ປະ​ຕິ​ບັດ​ແຜນ​ການ​ສັງ​ລວມ ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ​ສັງ​ຄົມ ອາ​ຊຽນ ຮອດ​ປີ 2025 ແລະ ບາງ​ບັນ​ຫາ​ອື່ນ​ທີ່​ກ່ຽວ​ຂ້ອງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລີດ ເນັ້ນ​ຫນັກ​ວ່າ:       “ກອງ​ປະ​ຊຸມ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 15 ຄັ້ງ​ນີ້ ແມ່ນ​ຂີດ​ໝາຍ​ສຳ​ຄັນ. ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ຈະ​ພ້ອມ​ກັນ​ພິ​ຈາ​ລະ​ນາ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຍື່ນ​ສະ​ເຫນີ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28 ໃນ​ເດືອນ 9 ຈະ​ມາ​ເຖິງ ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ເປັນ​ຕົ້ນ​ແມ່ນ​ຖະ​ແຫລງ​ການ​ວຽງ​ຈັນ ກ່ຽວ​ກັບ​ການ​ຫັນ​ປ່ຽນ​ຈາກການ​ຈ້າງ​ງານນອກ​ລະ​ບົບ​ໄປ​ສູ່​ການ​ຈ້າງ​ງານ​ໃນ​ລະ​ບົບ​ມຸ່ງ​ໄປ​ເຖິງວຽກ​ເຮ​ັດ​ງານ​ທຳ​ແບບ​ຍືນ​ຍົງ​ໃນ​ອາ​ຊຽນ, ຖະ​ແຫລງ​ການ​ວຽງ​ຈັນ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃນ​ອາ​ຊຽນ ແລະ ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ອື່ນ​.”

 ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ແລະ ເປັນ​ເອ​ກະ​ພາບ​ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ, ພິ​ເສດ ແມ່ນ​ລະ​ດັບ​ຄວາມ​ໄວ​ໃນ​ການສຳ​ເລັດ​ບັນດາ​ເອ​ກະ​ສານ, ຖະ​ແຫລງ​ການ​ກໍ​ຄື​ການ​ປະ​ຕິ​ບັດ​ແຜນ​ການ​ສັງ​ລວມ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ​ສັງ​ຄົມ​ອາ​ຊຽນ​ປີ 2015 ເພື່ອ​ຍື່ນ​ສະ​ເຫນີ​ຕໍ່​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ອາ​ຊຽນ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ.
                                                                                                ໝີ​ບິງ, ນັກ​ຂ່າວ VOV ປະ​ຈຳ​ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ