ອາຊຽນແລະສປຊສືບຕໍ່ຊຸກຍູ້ຄູ່ຮ່ວມມືຮອບດ້ານ

ອາຊຽນແລະສປຊສືບຕໍ່ຊຸກຍູ້ຄູ່ຮ່ວມມືຮອບດ້ານ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 30/09, ອາ​ຊຽນ ​ແລະ ສະຫະ​ປະຊາ​ຊາດ ​ໄດ້​ຢືນຢັນ​ຄືນ​ໃໝ່​ການ​ພົວພັນ​ຄູ່​ຮ່ວມ​ມື ມຸ່ງ​ໄປ​ເຖິງ​ເລື່ອງ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ​ແລະ ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​​ແບບ​ຍືນ​ຍົງ 2030. ຄຳ​ໝັ້ນ​ສັນຍາ​ນີ້​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ສະຫະ​ປະຊາ​ຊາດ ​ເຊິ່ງຈັດ​ຕັ້ງ​ຢູ່ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ. 2 ຝ່າຍ​ເຫັນ​ດີ​​ເພີ່ມ​ຄວາມມານະ​ພະຍາຍາມ​ທົບ 2 ​ເທົ່າ ​ເພື່ອ​ຍົກ​ສູງປະສິດ​ທິຜົນ​ການ​ຮ່ວມ​ມື​ອາ​ຊຽນ - ສະຫະ​ປະຊາ​ຊາດ ​ໂດຍຜ່ານ​ການສຳ​ພັດ​ສົມທົບ​ກັນ​​ຫຼາຍ​ກວ່າ, ​ແຜນການ​ຍຸ​ດທະ​ສາດ ​ແລະ ​ໄລຍະ​ຍາວ, ພ້ອມ​ກັບ​ບັນດາ​ແຫຼ່ງອຸປະຖ​​ຳຢ່າງ​ໝັ້ນຄົງ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ແຕ່ລະ​ເສົ້າ​ຄ້ຳ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ອາຊຽນ - ສະຫະ​ປະຊາ​ຊາດຢ່າງ​ລະອຽດ. ກອງ​ປະຊຸມ​ກໍ​ໄດ້​​ແລກປ່ຽນ​ທັດສະນະກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ ຄື: ຮັກສາ​ສັນຕິພາບ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ, ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ສາກົນ ​ແລະ ສະກັດ​ກັ້ນ​ລັດທິຫົວຮຸນ​ແຮງ, ​ແກ້​ໄຂ​ບັນຫາອາດຊະຍາ​ກຳ​ຂ້າມ​ຊາດ ​ແບະ ການ​ອົບ​ພະຍົບ… ກອງ​ປະຊຸມກໍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້ງກັນ​ໂດຍ​ສັນຕິ​ວິທີ, ລວມທັງ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ, ຜ່ານ​ການ​ເຈລະຈາ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ