ອາຊຽນແລະອົດສະຕາລີຮ່ວມມືຕ້ານການຄ້າມະນຸດ

ອາຊຽນແລະອົດສະຕາລີຮ່ວມມືຕ້ານການຄ້າມະນຸດ - ảnh 1
 (ພາບປະກອບ: AFP/TTXVN)

(vovworld) –  ອາ​ຊຽນ ຫາ​ກໍ​ປະກາດ​​ໂຄງການ​ຮ່ວມ​ມື​ໃໝ່ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ໂຄງການ​ຮ່ວມ​ມື​ ອາຊີ-ອົດ​ສະ​ຕາ​ລີ ກ່ຽວ​ກັບ​ຕ້ານການ​ຄ້າ​ມະນຸດ (AAPTIP) ກັບ​ບັນດາປະ​ເທດ​ສະມາຊິກ ອາ​ຊຽນ. ​ແຈ້ງ​ການຂອງ​ຄະນະ​ເລຂາສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໃນ​ວັນ​ທີ 6/7, ​ໃຫ້​ຮູ້​ວ່າ: ດ້ວຍ​ມາດ​ຕະການ​ຖື​ຜູ້ຖືກ​​ເຄາະຮ້າຍ​​ເປັນໃຈກາງ, ອົດ​ສະ​ຕາ​ລີ (​ຄູ່​ຮ່ວມ​ມື​, ຄູ່ເຈລະຈາ​ຂອງ​ ອາ​ຊຽນ) ​ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ນັບ​ແຕ່​ປີ 2003 ​ໃນ​ການ​ເພີ່ມ​ທະວີ​ບັນດາ​ລະບົບ​ຍຸຕິ​ທຳ​ດ້ານ​ຄະດີ​ອາຍາ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ອາດຊະຍາ​ກຳ​ການ​ຄ້າ​ມະນຸດ. AAPTIP ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ໃນ​ຊຸມ​ປີຈະ​ມາ​ເຖິງ ຈະ​ເພີ່​ມ ທະວີ​ບັນດາ​ວຽກ​ງານ​ລະອຽດ​ກັບ​ກຸ່ມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ການ​ຕ້ານອາດ​ຊະຍາ​ກຳຂ້າມ​ຊາດ (SOMTC), ກຸ່ມ​ທີ່​ເຮັດ​ວຽກ​ງານ​ວິຊາ​ສະ​ເພາະ ​ແລະ ​ຫົວໜ້າ​ທີ່​ກ່ຽວຂ້ອງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ກ່ຽວ​ກັບ​ການ​ຕ້ານ​ໄພ​ການ​ຄ້າ​ມະນຸດ. AAPTIP ກໍ​ໜູນ​ຊ່ວຍບັນດາ​ອົງການ​ລະຫວ່າງ​ຂະ​​ແໜງ​ຄົ້ນ​ຄ້ວາ​​ບັນດາ​ຂົງ​ເຂດ​ໃໝ່​ຂອງ​ລະບົບ​ໜູນຊ່ວຍຍຸຕິ​ທຳ​ໃຫ້​ບັນດາ​ຜູ້ຖືກ​​ເຄາະຮ້າຍຈາກ​ໄພ​ການ​ຄ້າ​ມະນຸດ ​ແລະ ການຂູດ​ຮີດ​ແຮງ​ງານ​ອົບ​ພະຍົບ, ນັບ​ທັງ​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢ່າງ​ລະອຽດ ​ແລະ ​ເລິກ​ເຊິ່ງກ່ວາ.

ຂ່າວ/ບົດ​ອື່ນ