ອາຊຽນແລະເຢຍລະມັນຊຸກຍູ້ການຮ່ວມມືພັດທະນາ

ອາຊຽນແລະເຢຍລະມັນຊຸກຍູ້ການຮ່ວມມືພັດທະນາ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: asean.org)

(vovworld) - ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ກຳ​ມະ​ການ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອາ​ຊຽນ - ເຢຍ​ລະ​ມັນ (AG - DPC) ຖືກ​ດຳ​ເນີນ​ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ​ອາ​ຊຽນ ຢ​ູ່​ນະ​ຄອນ​ຫຼວງ ຈາ​ກາກ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 23/01. ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ ຫງວຽນ​ແຮ່ງ​ນຳ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ​ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ທີ່ກອງ​ປະ​ຊຸມ, ຝ່າຍ​ເຢຍ​ລະ​ມັນ ຢືນ​ຢັນ​ວ່າ, ເຢຍ​ລະ​ມັນ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ແລະ ເນັ້ນ​ໜັກ​ວ່າ, ອາ​ຊຽນ ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ຂອງ​ພາກ​ພື້ຶ້ນ, ປາດ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ​ເຂົ້າ​ໃນ​ບັນ​ດາ​ວິ​ວັດ​ທະ​ນາ​ການ​ໂດຍ​ອາ​ຊຽນ ນຳ​ພາ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງກວ່າ. ເຢຍ​ລະ​ມັນ ກໍ່​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ອາ​ຊຽນ ໃນ​ວິ​ວັດ​ທະ​ນາ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ອາຊຽນ 2015. ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ຂອງ 2 ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ, ກ​ໍ​ຄື​ບັນ​ດາ​ການ​ໜູນ​ຊ່ວຍ​ຂອງເຢຍ​ລະ​ມັນ ທີ່​ສະ​ຫງວນ​ໃຫ້​ອາ​ຊຽນ. 2 ຝ່າຍກໍ່​ໄດ້​ແລກ​ປ່ຽນ​ສະ​ພາບ​ການ​ຂອງ​ແຕ່​ລະ​ຝ່າຍ ແລະ ດຳ​ເນີນ​ການກວດ​ກາ​ຄືນ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໃນ​ໄລ​ຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ