ອາ​ທິດ​ເຮັດ​ວຽກ​ທີ 4, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV: ສຸມ​ໃສ່​ວຽກ​ງານ​ນິ​ຕິ​ບັນ​ຍັດ ແລະ ຕິດ​ຕາມກວດ​ກາ

(VOVWORLD) - ໃນອາທິດ, ສະພາແຫ່ງຊາດ ຈະສະຫງວນເວລາ 1 ມື້ ເພື່ອປຶກສາຫາລືກ່ຽວກັບບັນດາບົດລາຍງານຂອງທ່ານຫົວໜ້າສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ; ວຽກງານດຳເນີນຄະດີ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2023.

ອາ​ທິດ​ເຮັດ​ວຽກ​ທີ 4, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV: ສຸມ​ໃສ່​ວຽກ​ງານ​ນິ​ຕິ​ບັນ​ຍັດ ແລະ ຕິດ​ຕາມກວດ​ກາ - ảnh 1ວາລະປະຊຸມໜຶ່ງຂອງສະພາແຫ່ງຊາດ (ພາບ: TTXVN)

ວັນທີ 20 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ເລີ່ມອາທິດເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV, ດ້ວຍບັນດາວາລະປຶກສາຫາລືສຸມໃສ່ວຽກງານນະຕິບັນຍັດ ແລະ ຕິດຕາມກວດກາ.

ໃນອາທິດ, ສະພາແຫ່ງຊາດ ຈະສະຫງວນເວລາ 1 ມື້ ເພື່ອປຶກສາຫາລືກ່ຽວກັບບັນດາບົດລາຍງານຂອງທ່ານຫົວໜ້າສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ; ວຽກງານດຳເນີນຄະດີ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2023.

ໃນອາທິດນີ້, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບວຽກງານການຕິດຕາມກວດກາ ໃນການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ທີ່ໄດ້ສົ່ງມາກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຊຸດທີ XV; ປືກສາຫາລືກ່ຽວກັບໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ