ອານເຊຣີດັບສູນພວກກໍ່ການຮ້າຍ ທັງໝົດ 32 ຄົນ

ອານເຊຣີດັບສູນພວກກໍ່ການຮ້າຍ ທັງໝົດ 32 ຄົນ - ảnh 1

(ພາບປະກອບ: ອິນ​ເຕີ​ແນັດ)

(vovworld): ​ວັນ​ທີ​ 20/1, ກະຊວງ​ພາຍ​ໃນ​ອານ​ເຊຣີ ​ໃຫ້​ຮູ້​ວ່າ: ພວກ​ກໍ່​ການ​ຮ້າຍ​ທັງ​ໝົດ 32 ຄົນ​ໄດ້​ຖືກ​ດັບ​ສູນ​ໃນ​ບັ້ນກູ້​ເອົາ​ຊີວິດ​ຕົວ​ປະກັນ​ທີ່​​ແກ່ຍາວ​ໃນ 2, 3 ມື້​ຜ່ານ​ມາ​ຢູ່​ຮາກ​ຖານ​ອາຍ​ແກ​ດ In Amenas ​ແຂວງ Illzi ທາງ​ພາກ​ໃຕ້​ອານ​ເຊຣີ. ມີ​ຕົວ​ປະກັນ 23 ຄົນ​ຖືກ​ເສຍ​ຊີວິດ​ໃນ​ບັ້ນກູ້​ເອົາ​ຊີວິດ​ຕົວ​ປະກັນ​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ AFP ຂອງ​ຝະລັ່ງ ​ໃຫ້​ຂ່າວ​ວ່າ: ​ໂທລະພາບ​ເອກະ​ຊົນ Annahar ​ໃຫ້​ຮູ້​ວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຊອກ​ເຫັນ​ຊາກ​ສົບ​ຕົວ​ປະກັນ 25 ຄົນ. ປະຈຸ​ບັນ, ບໍ່​ທັນ​ຮູ້​ແຈ້ງວ່າ ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ນີ້​ແມ່ນ​ຜູ້​ປະສົບ​ເຄາະຮ້າຍ​ໃນ​ບັນຊີ​ລາຍ​ຊື່​​ໂດຍກະຊວງ​ພາຍ​ໃນ​ອາ​ເຊຣີ ປະກາດ​ຫຼື​ບໍ່. ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປະນາມ​ເຫດການ​ລອບ​ຈັບ​ຕົວ​ປະກັນ​ຢູ່​ອາ​ເຊຣີ ຢ່າງ​ແຮງ, ພ້ອມ​ທັງ​ເນັ້ນໜັກ​ວ່າ ຕ້ອງ​ນຳ​ບັນດາ​ຜູ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ ​ແລະ ບັນດາ​ເປົ້າໝາຍ​ໜູນ​ຊ່ວຍ​ຂຶ້ນ​ສານ​ພິພາກສາ.

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ