ອາບ​ຟ​ຼິກ​ກາ ຕັ້ງ​ໜ້າ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ກ່າວຄຳເຫັນທີ່ນະຄອນຫຼວງ Nairobi, ທ່ານ Mithika Mwenda, ຜູ້ອຳນວຍການບໍລິຫານຂອງ PACJA  ໃຫ້ຮູ້ວ່າ ບັ້ນຮົບນີ້ຈະຊອກຫາວິທີ ເຕົ້າໂຮມບັນດາວົງຄະນະຍາດຂັ້ນຮາກຖານມຸ່ງໄປເຖິງການເຄື່ອນໄຫວຊຸກຍູ້ວິວັດການຫັນເປັນສີຂຽວ ຢູ່ ທະວີບທີ່ໄດ້ຮັບຜົນກະທົບຢ່າງແຮງຈາກການປ່ຽນແປງຂອງດິນຟ້າອາກາດ.
ອາບ​ຟ​ຼິກ​ກາ ຕັ້ງ​ໜ້າ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ພາບປະກອບ: Getty.

ວັນທີ 28 ສິງຫາ, ສະຫະພັນ ຍຸຕິທຳ ດິນຟ້າອາກາດ ລະຫວ່າງ ອາບຟຼິກກາ (PACJA), ໂດຍເປັນອົງການຂົນຂວາຍແລວສີຂຽວທີ່ມີສຳນັກງານໃຫຍ່ຕັ້ງ ຢູ່ນະຄອນຫຼວງ Nairobi ຂອງ ເຄນຢາ, ໄດ້ປຸກລະດົມບັ້ນຮົບ ທວນໄຟແຫ່ງຄວາມຍຸຕິທຳ ດິນຟ້າອາກາດ (CJT) ດ້ວຍເປົ້າໝາຍຢາກສົ່ງເສີມບັນດາການກະທຳຢູ່ທ້ອງຖິ່ນ ມຸ່ງໄປເຖິງການຍູ້ໄວວິວັດການຫັນໄປສູ່ການປ່ອຍອາກາດບອນຢູ່ໃນລະດັບຕ່ຳໃນອະນາຄົດ.

ກ່າວຄຳເຫັນທີ່ນະຄອນຫຼວງ Nairobi, ທ່ານ Mithika Mwenda, ຜູ້ອຳນວຍການບໍລິຫານຂອງ PACJA  ໃຫ້ຮູ້ວ່າ ບັ້ນຮົບນີ້ຈະຊອກຫາວິທີ ເຕົ້າໂຮມບັນດາວົງຄະນະຍາດຂັ້ນຮາກຖານມຸ່ງໄປເຖິງການເຄື່ອນໄຫວຊຸກຍູ້ວິວັດການຫັນເປັນສີຂຽວ ຢູ່ ທະວີບທີ່ໄດ້ຮັບຜົນກະທົບຢ່າງແຮງຈາກການປ່ຽນແປງຂອງດິນຟ້າອາກາດ. ບັ້ນຮົບດັ່ງກ່າວແມ່ນເພື່ອແນໃສ່ເປົ້າໝາຍລະດົມ ແລະ ປຸກລຸກສຽງເວົ້າຂອງປະຊາຄົມທີ່ມີຄວາມສ່ຽງສູງກ່ວາໝູ່ພ້ອມທັງ ສ້າງຄວາມຄາດຫວັງປາດຖະໜາຂອງປະຊາຊົນອາບຟຼິກກາ, ຜູ້ທີ່ໄດ້ຮັບຜົນເສຍຫາຍຫຼາຍຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ