ອາຣັບບິ ຊາອຸດິ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ຊູດັງ ຢຸດການເຄື່ອນໄຫວປິນຂັ້ນໄດດ້ານການທະຫານ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງບັນດາຝ່າຍຢູ່ ຊູດັງ ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າເພື່ອແນໃສ່ຮັບປະກັນວຽກງານມະນຸດສະທຳໄດ້ດຳເນີນໄປດ້ວຍຄວາມສະດວກ
ອາຣັບບິ ຊາອຸດິ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ຊູດັງ ຢຸດການເຄື່ອນໄຫວປິນຂັ້ນໄດດ້ານການທະຫານ - ảnh 1ຄວັນຂຶ້ນພາຍຫຼັງການປະທະກັນ ຢູ່ນະຄອນຫຼວງ Khartoum, ຊູດັງ ໃນວັນທີ 22/7/2023
(ພາບ:AFP/TTXVN)

ວັນທີ 30 ກໍລະກົດ, ສຳນັກຂ່າວສານ SPA ຂອງປະເທດ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ: ທ່ານ Faisal bin Farhan Al Saud ໄດ້ກະຕຸກຊຸກຍູ້ບັນດາຝ່າຍເຂົ້າຮ່ວມການສຸຮົບຢູ່ ຊູດັງ ຈົ່ງຢຸດຕິ “ການເຄື່ອນໄຫວປິນຂັ້ນໄດດ້ານການທະຫານດ້ວຍທຸກໆຮູບແບບ” ແລະ ຊອກຫາມາດຕະການການເມືອງ ເຊິ່ງອາດສາມາດຮັບປະກັນໃຫ້ປະເທດ ອາບຟຣີກາ ນີ້ມີຄວາມໝັ້ນຄົງ ແລະ ມີສະຖຽນລະພາບ. ຕາມ SPA ແລ້ວ, ໃນການເຈລະຈາກັບທ່ານ Abdel Fattah Al-Burhan, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ຊູດັງ (SAF) ໄດ້ຮຽກຮ້ອງບັນດາຝ່າຍເຂົ້າຮ່ວມການສຸ້ຮົບຢູ່ ຊູດັງ “ຟື້ນຟູຄວາມສະຫງົບ” ແລະ ໃຫ້ບຸລິມະສິດເພື່ອຜົນປະໂຫຍດແຫ່ງຊາດຂອງເຂົາເຈົ້າ. ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງບັນດາຝ່າຍຢູ່ ຊູດັງ ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າເພື່ອແນໃສ່ຮັບປະກັນວຽກງານມະນຸດສະທຳໄດ້ດຳເນີນໄປດ້ວຍຄວາມສະດວກ ກໍ່ຄືຄວາມປອດໄພສຳລັບປະຊາຊົນ ແລະ ບັນດາພາລະກອນທີ່ດຳເນີນວຽກງານກູ້ໄພກູ້ຊີບ.

        ການປະທະກັນລະຫວ່າງກອງທັບ ຊູດັງ ແລະ ກຸ່ມ RSF ໄດ້ເກີດຂຶ້ນໃນກາງເດືອນ ເມສາ ທີ່ຜ່ານມາ ໄດ້ກໍ່ໃຫ້ເກີດວິກິດການມະນຸດສະທຳຢູ່ປະເທດນີ້. ຕາມກະຊວງສາທາລະນະສຸກຊູດັງແລ້ວ, ມາຮອດປະຈຸບັນ, ບັນດາການປະທະກັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກ່ວາ 3.000 ຄົນ ແລະ ຢ່າງໜ້ອຍສຸດ 6.000 ຄົນຮັບບາດເຈັບ. ຕາມຕົວເລກຂອງ ສປຊ ແລ້ວ, ການປະທະກັນກໍ່ເຮັດໃຫ້ຫຼາຍກ່ວາ 3 ລ້ານຄົນຕ້ອງປະລະເຮືອນຊານບ້ານຊ່ອງໄປອົບພະຍົບຢູ່ແຫ່ງອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ