ອາ​ຣັບ​ບິ ຊາ​ອຸ​ດິ, ເອ​ຢິບ ຮຽກ​ຕົວ​ຜູ້​ຕາງ​ໜ້າ​ການ​ທູດ ເດນ​ມາກ ມາເພື່ອ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ ກ່ຽວ​ກັບ​ການ​ກະ​ທຳ ຈູດ​ເຜົາ​ຄຳ​ພີ Koran

(VOVWORLD) - ເຈົ້າໜ້າທີ່ ເດນມາກ ແລະ ຊູແອັດ ໄດ້ສະແດງຄວາມເສຍດາຍຕໍ່ບັນດາເຫດການຈູດເຜົາຄຳພີ Koran ໃນໄລຍະຜ່ານມາ, ແຕ່ກໍ່ໃຫ້ຮູ້ວ່າ ຈະບໍ່ສາມາດສະກັດກັ້ນ ເຫດການນີ້ໄດ້ຍ້ອນບັນດາຂໍ້ກຳນົດຂອງກົດໝາຍ.
ອາ​ຣັບ​ບິ ຊາ​ອຸ​ດິ, ເອ​ຢິບ ຮຽກ​ຕົວ​ຜູ້​ຕາງ​ໜ້າ​ການ​ທູດ ເດນ​ມາກ ມາເພື່ອ​ສະ​ແດງ​ປະ​ຕິ​ກິ​ລິ​ຍາ ກ່ຽວ​ກັບ​ການ​ກະ​ທຳ ຈູດ​ເຜົາ​ຄຳ​ພີ Koran - ảnh 1ການແຫ່ຂະບວນປະທ້ວງເພື່ອຄັດຄ້ານ ການຈູດເຜົາຄຳພີ Koran (ພາບ: AFP/TTXVN)

ວັນທີ 28 ກໍລະກົດ, ກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ ອົງການນີ້ໄດ້ຮຽກຕົວອຸປະທູດຊົ່ວຄາວ ສະຖານທູດ ເດນມາກ ປະຈຳ Riyadh ເພື່ອມອບຈົດໝາຍທາງການຄັດຄ້ານການກະທຳຈູດເຜົາຄຳພີ Koran ຢູ່ນະຄອນຫຼວງ Copenhagen. ຈົດໝາຍທາງການໄດ້ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳດູຖູກຄຳສັ່ງສອນຂອງບັນດາສາສະໜາ, ກົດໝາຍ ແລະ ມາດຖານສາກົນ. ກ່ອນນັ້ນໜຶ່ງວັນ, ກະຊວງການຕ່າງປະເທດ ເອຢິບ ກໍ່ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ເດນມາກ ປະຈຳ ກາຍໂຣ ເພື່ອຄັດຄ້ານການກະທຳຈູດເຜົາຄຳພີ Koran. ກາຍໂຣ ຮຽກຮ້ອງໃຫ້ ອຳນາດການປົກຄອງ ເດນມາກ ແລະ ບັນດາປະເທດ ຕ້ອງມີການກະທຳທີ່ຂ້ຽວຂາດເພື່ອຢຸດຕິເຫດການທີ່ຄ້າຍຄືກັນ.

ສ່ວນເຈົ້າໜ້າທີ່ ເດນມາກ ແລະ ຊູແອັດ ໄດ້ສະແດງຄວາມເສຍດາຍຕໍ່ບັນດາເຫດການຈູດເຜົາຄຳພີ Koran ໃນໄລຍະຜ່ານມາ, ແຕ່ກໍ່ໃຫ້ຮູ້ວ່າ ຈະບໍ່ສາມາດສະກັດກັ້ນ ເຫດການນີ້ໄດ້ຍ້ອນບັນດາຂໍ້ກຳນົດຂອງກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ