ອາ​ລັກ​ຂາ​ຮູບ​​ແບບ​ອຸດ​ສາ​ຫະ​ກຳ ແລະ ​ຍີ່​ຫໍ້​ໃຫ້​ແກ່​ວິ​ສາ​ຫະ​ກິດ

(VOVWORLD) - ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມສຳມະນາ ອາລັກຂາຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ໃຫ້ແກ່ວິສາຫະກິດຫວຽດນາມ.

  ອາ​ລັກ​ຂາ​ຮູບ​​ແບບ​ອຸດ​ສາ​ຫະ​ກຳ ແລະ ​ຍີ່​ຫໍ້​ໃຫ້​ແກ່​ວິ​ສາ​ຫະ​ກິດ - ảnh 1

ສະພາບກອງປະຊຸມສຳມະນາ

 ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ, ໃນສະພາບການທີ່ຫວຽດນາມ ໄດ້ເຂົ້າຮ່ວມບັນດາສັນຍາການຄ້າເສລີທີ່ມີຄຸນນະພາບສູງນັ້ນ, ການແກ່ງແຍ້ງນັບມື້ນັບຂ້ຽວຂາດ, ໃນນັ້ນມີບັນດາປັດໄຈກ່ຽວຂ້ອງເຖິງບັນດາຄຳໝັ້ນສັນຍາກ່ຽວກັບຊັບສິນທາງປັນຍາ, ອາລັກຂາຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ໃຫ້ແກ່ວິສາຫະກິດ. ທ່ານຫງວຽນຊວັນອານ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນສາກົນ OJ ຫວຽດນາມ ໃຫ້ຮູ້ວ່າ:

    ຍ້ອນບັນດາວິສາຫະກິດຂອງຫວຽດນາມ ມີຂອບຂະໜາດນ້ອຍ, ສະນັ້ນ, ບັນຫາການຫັນຜະລິດຕະພັນເປັນການຄ້າບໍ່ທັນໄດ້ຫຼາຍ, ບໍທັນຊອກຫາໄດ້ຊ່ອງຈຳໜ່າຍເທື່ອ, ຕົ້ນຕໍແມ່ນຈຳໜ່າຍຜ່ານພໍ່ຄ້າຊາວຂາຍ. ສະນັ້ນ, ວິສາຫະກິດ ສ່ວນຫຼາຍບໍ່ເອົາໃຈໃສ່ເຖິງການສ້າງເຄື່ອງໝາຍການຄ້າໃຫ້ແກ່ຕົນນັບແຕ່ເບື້ອງຕົ້ນ.

    ເລື່ອງອາລັກຂາຮູບແບບອຸດສາຫະກຳ ແລະ ຍີ່ຫໍ້ໃຫ້ແກ່ວິສາຫະກິດແມ່ນຄຳຮຽກຮ້ອງໄປຄຽງຄູ່ກັບການເປີດກ້ວາງຕະຫຼາດຂອງບັນດາວິສາຫະກິດໃນໄລຍະປະຈຸບັນ. ອາລັກຂາຮູບແບບອຸດສາຫະກຳ ສວມບົດບາດສຳຄັນໃນການສຳຜັດກັບບັນດາຜະລິດຕະພັນສຳເລັດ, ອັນໄດ້ຊ່ວຍກຳນົດຮູບພາບເຄື່ອງໝາຍຂອງວິສາຫະກິດ, ນີ້ກໍ່ແມ່ນປັດໄຈຕົ້ນຕໍໃນຍຸດທະສາດການສຳຜັດຕະຫຼາດຂອງວິສາຫະກິດ. ທ່ານເລງອັກເລິມ, ຮອງຫົວໜ້າກົມຊັບສິນທາງປັນຍາຫວຽດນາມ ສະເໜີວ່າ:

    ປະຈຸບັນ, ລະບົບຈົດທະບຽນສາກົນຈຳນວນໜຶ່ງຖືກສ້າງຂຶ້ນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈົດທະບຽນອາລັກຂາ ສິດກຳມະສິດອຸດສາຫະກຳ ສຳລັບຍີ່ຫໍ້ ແລະ ຮູບແບບອຸດສາຫະກຳ. ເລື່ອງຈົດທະບຽນນີ້ ໄດ້ຈົດທະບຽນຢູ່ຕ່າງປະເທດຢ່າງງ່າຍດາຍ, ຫລຸດຜ່ອນເວລາ, ຄ່າໃຊ້ຈ່າຍ. ການກຳແໜ້ນວິທີການເຄື່ອນໄຫວຂອງບັນດາລະບົບສາກົນ ຈາກນັ້ນແມ່ນນຳໃຊ້ລະບົບນີ້ຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ ເພື່ອປົກປ້ອງສິດກຳມະສິດຂອງວິສາຫະກິດຢູ່ຕ່າງປະເທດ ແມ່ນສິ່ງທີ່ບັນດາວິສາຫະກິດຄວນເຮັດ.

ຕອບກັບ

ຂ່າວ/ບົດ​ອື່ນ