ອາຫານ 9 ເຍື່ອງທີ່ແຊບນົວຂອງ ຫວຽດນາມ ທີ່ຮັບການຄັດເລືອກຈາກສື່ມວນຊົນຕ່າງປະເທດ

(VOVWORLD) - ອາຫານເຍື່ອງທຳອິດທີ່ TasteAtlas ແນະນຳແມ່ນ ບຸ່ນຈ໋າ (ເຂົ້າປຸ້ນຊີ້ນປິ້ງ), ໃນນັ້ນ, ບຸ່ນຈ໋າ ຮ່າໂນ້ຍ ໄດ້ຮັບການຕີລາຄາສູງສຸດ. ອານຫານປະເພດນີ້ໄດ້ຮັບການຢັ້ງຢືນຈາກສາກົນໃນປີ 2016 ໃນລາຍການ ອາຫານການກິນຂອງ ພໍ່ຄົວ Anthony Bourdain, ໃນຂະນະທີ່ທ່ານໄດ້ກິນ ບຸ່ນຈ໋າ ກັບທ່ານ ອະດີດປະທານາທິບໍດີ ອາເມລິກາ Barack Obama
ອາຫານ 9 ເຍື່ອງທີ່ແຊບນົວຂອງ ຫວຽດນາມ ທີ່ຮັບການຄັດເລືອກຈາກສື່ມວນຊົນຕ່າງປະເທດ - ảnh 1ແຂກທ່ອງທ່ຽວ ຕ່າງປະເທດ  ແລະ ເຝີ ຂອງ ຫວຽດນາມ
(ພາບ:Đình Huy/thanhnien.vn)

TasteAtlas - ເຊິ່ງໄດ້ຮັບຖືວ່າແມ່ນແຜນທີ່ກ່ຽວກັບອາຫານການກິນຂອງໂລກ, ຫາກໍ່ຄັດເລືອກບັນດາເຍື່ອງອາຫານທີ່ແຊບນົວຂອງ ຫວຽດນາມ. ອາຫານເຍື່ອງທຳອິດທີ່ TasteAtlas ແນະນຳແມ່ນ ບຸ່ນຈ໋າ (ເຂົ້າປຸ້ນຊີ້ນປິ້ງ), ໃນນັ້ນ, ບຸ່ນຈ໋າ ຮ່າໂນ້ຍ ໄດ້ຮັບການຕີລາຄາສູງສຸດ. ອານຫານປະເພດນີ້ໄດ້ຮັບການຢັ້ງຢືນຈາກສາກົນໃນປີ 2016 ໃນລາຍການ ອາຫານການກິນຂອງ ພໍ່ຄົວ Anthony Bourdain, ໃນຂະນະທີ່ທ່ານໄດ້ກິນ ບຸ່ນຈ໋າ ກັບທ່ານ ອະດີດປະທານາທິບໍດີ ອາເມລິກາ Barack Obama.

        ບັນຊີລາຍຊື່ບັນດາເຍື່ອງອາຫານຕໍ່ໄປເຊິ່ງ TasteAtlas ໄດ້ຄັດເລືອກ, ນັ້ນແມ່ນ: ນ້ຳຫວານຫຼາຍປະເພດຕ່າງໆ: ລາກູງົວ, ເຂົ້າປຸ້ນ ເຫ້ວ, ເຂົ້າໜົມຄູ່, ບັນແຊ່ວ, ພັນຢໍ່ຈືນ.

        ເຍື່ອງອາຫານສຸດທ້າຍເຊິ່ງ TasteAtlas ໄດ້ເວົ້າເຖິງນັ້ນແມ່ນ ເຝີ, ເຊິ່ງເປັນເຍື່ອງອາຫານທີ່ມີຫຼາຍທີ່ສຸດຢູ່ ຫວຽດນາມ. ນີ້ກໍ່ແມ່ນໜຶ່ງໃນບັນດາເຍື່ອງອາຫານ ຫວຽດນາມ ທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ບັນດາປະເທດທາງທິດຕາເວັນຕົກ ຍ້ອນມີລົດຊາດພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ