ອາເມລິກາ ຈັດວາງຄຳສັ່ງລົງໂທດສຳລັບເຈົ້າໜ້າທີ່ ສປປ.ເກົາຫຼີ 3 ທ່ານ

(VOVWORLD) - ກ່ອນໜ້ານັ້ນ, ເຈົ້າໜ້າທີ່ 3 ທ່ານກໍ່ນອນໃນບັນຊີລາຍຊື່ລົງໂທດຂອງສະຫະພາບເອີລົບ ເມື່ອເດືອນ ເມສາ.
ອາເມລິກາ ຈັດວາງຄຳສັ່ງລົງໂທດສຳລັບເຈົ້າໜ້າທີ່ ສປປ.ເກົາຫຼີ 3 ທ່ານ - ảnh 1(ພາບປະກອບຈາກ YONHAP/TTXVN)

ວັນທີ 01 ທັນວາ, ອາເມລິກາ ໄດ້ຈັດວາງຄຳສັ່ງລົງໂທດຕໍ່ເຈົ້າໜ້າທີ່ຂັ້ນສູງຂອງ ສປປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງໂຄງການອາວຸດຂອງປະເທດນີ້, ພາຍຫຼັງເຫດຍິງທົດລອງຂ້າມທະວີບ (ICBM) ໃຫຍ່ສຸດ ແລະ ຄັ້ງຫຼ້າສຸດໃນເດືອນ ພະຈິກ. ກ່ອນໜ້ານັ້ນ, ເຈົ້າໜ້າທີ່ 3 ທ່ານກໍ່ນອນໃນບັນຊີລາຍຊື່ລົງໂທດຂອງສະຫະພາບເອີລົບ ເມື່ອເດືອນ ເມສາ.

ບັນດາຄຳສັ່ງລົງໂທດດັ່ງກ່າວໄດ້ຍົກອອກມາ ພາຍຫຼັງ ສປປ.ເກົາຫຼີ ຍິງທົດລອງລູກສອນໄຟ ICBM ໃນວັນທີ 18 ພະຈິກ ແລະ ໃນຈຸດເວລາມີຄວາມວິຕົກກັງວົນວ່າ ສປປ.ເກົາຫຼີ ອາດຈະເຊື່ອມຕໍ່ການທົດລອງລະເບີດນິວເຄຼຍ ນັບແຕ່ປີ 2017. ຖະແຫງການສະບັບໜຶ່ງຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ດັ່ງກ່າວສວມບົດບາດຢ່າງໃຫຍ່ຫຼວງໃນເລື່ອງ ສປປ.ເກົາຫຼີ ພັດທະນາອາວຸດລ້າງຜານ (WMD). ສຳລັບຝ່າຍ ສປປ.ເກົາຫຼີ, ປະເທດນີ້ຢັ້ງຢືນວ່າ ການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ແມ່ນສິ່ງທີ່ບໍ່ເຕື້ອງເຖິງແລ້ວ, ພ້ອມທັງກ່າວຫາ ອາເມລິກາ ແລະ ບັນດາປະເທດພັນທະມິດທີ່ປະຕິບັດຕາມບັນດານະໂຍບາຍ “ເປັນປໍລະປັກ”, ເຮັດໃຫ້ ພຽງຢາງ ບໍ່ມີທາງເລືອກໃດ ນອກເໜືອຈາກການເປີດກວ້າງກຳລັງແຮງຂອງກອງທັບ.

ຕອບກັບ

ຂ່າວ/ບົດ​ອື່ນ