ອາເມລິກາ, ຈີນ ເຫັນດີເພີ່ມທະວີການຕິດຕໍ່ພົວພັນ, ຮ່ວມມືໃນການພົວພັນສອງຝ່າຍ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ລໍຄອຍການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ, ແລະ ອາເມລິກາ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ຢ່າງແໜ້ນແຟ້ນກັບຈີນ

ຕາມສຳນັກຂ່າວສານຊິນຮວາແລ້ວ, ວັນທີ 8 ພະຈິກ, ທ່ານ ຢາງເຈຍສື, ກຳມະການກົມການເມືອງ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດ ຈີນ ໄດ້ມີການຢ້ຽມຢາມ ວໍຊິງຕັນ ແລະ ພົບປະກັບທ່ານ John Bolton, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ໃນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຕິດຕໍ່ພົວພັນ ແລະ ການຮ່ວມມືໃນການພົວພັນສອງຝ່າຍ ກໍ່ຄືບັນດາບັນຫາອື່ນ. ທີ່ການພົບປະເຊິ່ງຈັດຕັ້ງຢູ່ທຳນຽບຂາວ, ທ່ານ Bolton ແລະ ທ່ານ ຢາງເຈຍສື ກໍ່ເຫັນດີຕໍ່ທັດສະນະທີ່ວ່າ ຮອບເຈລະຈາຄວາມໝັ້ນຄົງ ແລະ ການທູດສອງຝ່າຍຈະມາເຖິງຈະຊ່ວຍກະກຽມໃຫ້ແກ່ການພົບປະລະຫວ່າງການນຳສອງປະເທດຄາດວ່າຈະຈັດຕັ້ງຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ຢູ່ ອາກຊັງຕິນ.

        ຕາມທ່ານ Bolton ແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ລໍຄອຍການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ, ແລະ ອາເມລິກາ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ຢ່າງແໜ້ນແຟ້ນກັບຈີນ, ຊຸກຍູ້ບັນດາໝາກຜົນອັນດີງາມທີ່ການພົບປະລະຫວ່າງການນຳສອງທ່ານ.

        ສ່ວນທ່ານ ຢາງເຈຍສື ຖືວ່າ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນແມ່ນບັນຫາພື້ນຖານທີ່ກ່ຽວຂ້ອງເຖິງການພັດທະນາການພົວພັນຍາວນານລະຫວ່າງ ຈີນ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ