ອາເມລິກາ ຈະຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ກັບ ລັດເຊຍ

(VOVWORLD) -ຮຸ່ງເຊົ້າວັນທີ 21 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ປະເທດນີ້ ຈະຖອນຕົວອອກຈາກສົນທິສັນຍາ ອາວຸດນິວເຄຼຍ ກັບ ລັດເຊຍ, ພ້ອມທັງກ່າວຫາ ມົດສະກູ ທີ່ໄດ້ລະເມີດຂໍ້ຕົກລົງສະບັບດັ່ງກ່າວ.

ກ່າວຄໍາເຫັນຕໍ່ນັກຂ່າວ ກ່ອນການເຂົ້າຮ່ວມການຂົນຂວາຍຜູ້ມີສິດເລືອກຕັ້ງ ຢູ່ Elko, ລັດ Nevada, ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ ລັດເຊຍໄດ້ລະເມີດສົນທິສັນຍາກໍາລັງນິວເຄຼຍ ລະດັບປານກາງ (INF) ໃນຫຼາຍປີແລ້ວ. ເຖິງຢ່າງໃດກໍຕາມ, ທ່ານກໍບໍ່ເຜີຍໃຫ້ຮູ້ຂໍ້ມູນລະອຽດ. ສົນທິສັນຍາ INF ໄດ້ຮັບການລົງນາມລະຫວ່າງ ອາເມລິກາ ກັບ ລັດເຊຍເມື່ອປີ 1987.

         ຄໍາຖະແຫຼງຂອງທ່ານປະທານາທິບໍດີ Trump ໄດ້ຍົກອອກໃນສະພາບການ ທີ່ທ່ານ John Bolton ທີ່ປຶກສາທາງດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ປັດຈຸບັນພວມຢູ່ມົດສະກູ ເພື່ອມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໂດຍໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ກະກຽມໃຫ້ແກ່ການພົບປະສຸດຍອດລະຫວ່າງ ອາເມລິກາ - ລັດເຊຍ ຄັ້ງທີ 2 ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ