ອາເມລິກາ ຊົມເຊີຍບົດບາດຂອງ ລັດເຊຍ ແລະ ຈີນ ໃນບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 26 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊົມເຊີຍບັນດາຄຳຖະແຫຼງຂອງຄູ່ຕຳແໜ່ງ ລັດເຊຍ Vladimir Putin ກ່ຽວກັບບັນຫາ ສປປ.ເກົາຫຼີ ພາຍຫລັງການພົບປະສຸດຍອດລະຫວ່າງ ລັດເຊຍ ແລະ ສປປ.ເກົາຫຼີ. 
ອາເມລິກາ ຊົມເຊີຍບົດບາດຂອງ ລັດເຊຍ ແລະ ຈີນ ໃນບັນຫາ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ຈີນ ພວມຊ່ວຍກຳລັງແຮງດ້ວຍວິທີດຳເນີນບັນດາຄວາມມານະພະຍາຍາມມຸ່ງໄປເຖິງຈຸດໝາຍສ້າງແຫຼມ ເກົາຫຼີ ປອດນິວເຄຼຍ. ທ່ານ Donald Trump ຢືນຢັນວ່າ: ທ່ານຊົມເຊີຍ ແລະ ຂອບໃຈຢ່າງສຸດຊື້ງກ່ຽວກັບການໜູນຊ່ວຍຂອງ ລັດເຊຍ ແລະ ຈີນ ໃນບັນຫາ ສປປ.ເກົາຫຼີ.

        ກ່ອນໜ້ານັ້ນໜຶ່ງວັນ, ທ່ານປະທານາທິບໍດີ ລັດເຊຍ Putin ແລະ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ດຳເນີນກອງປະຊຸມສຸດຍອດຄັ້ງທຳອິດຢູ່ນະຄອນທ່າກ່ຳປັ່ນ Vladivostok, ລັດເຊຍ. ທີ່ກອງປະຊຸມສຸດຍອດ, 2 ຝ່າຍໄດ້ປຶກສາຫາລືເລື່ອງເພີ່ມທະວີການພົວພັນ 2 ຝ່າຍ ກໍ່ຄືບັນດາບັນຫາເຊິ່ງພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມມີບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງສຳເນົາເອກະສານນິວເຄຼຍຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ