ອາເມລິກາ ຍິງຕົກ UAV ຂອງ Houthi ຢູ່ທະເລແດງ

(VOVWORLD) -  ປະຈຸບັນ ຍັງບໍ່ທັນມີບົດລາຍງານກ່ຽວກັບຄວາມເສຍຫາຍ ຫຼື ຖືກບາດເຈັບລົ້ມຕາຍຂອງບັນດາກຳປັ່ນຢູ່ເຂດໃກ້ຄຽງ.
ອາເມລິກາ ຍິງຕົກ UAV ຂອງ Houthi ຢູ່ທະເລແດງ - ảnh 1ພວກກະບົດ Houthi ຍິງລູກສອນໄຟນຳວິຖີ
(ພາບປະກອບ: AFP/TTXVN)

ວັນທີ 16 ມີນາ, ກອງທັບ ອາເມລິກາ ໄດ້ຍິງຕົກວັດຖຸບິນບໍ່ມີຄົນຂັບ (UAV) ຂອງກຳລັງ Houthi ຢູ່ ເຢແມັນ ພວມບິນໄປທາງທະເລແດງ. ໃນແຈ້ງການວັນທີ 16 ມີນາ, ກອງບັນາຊາການສູນກາງ ອາເມລິກາ (CENTCOM) ໃຫ້ຮູ້ວ່າ, ປະຈຸບັນ ຍັງບໍ່ທັນມີບົດລາຍງານກ່ຽວກັບຄວາມເສຍຫາຍ ຫຼື ຖືກບາດເຈັບລົ້ມຕາຍຂອງບັນດາກຳປັ່ນຢູ່ເຂດໃກ້ຄຽງ. ນອກນັ້ນ, ກອງທັບ ອາເມລິກາ ໃຫ້ຮູ້ວ່າ, ໄດ້ທຳລາຍກຳປັ່ນໜ້ານ້ຳ 5 ລຳບໍ່ມີຄົນຂັບ ແລະ UAV ໜຶ່ງອັນຢູ່ບັນດາເຂດໂດຍ Houthi ຄວບຄຸ້ມ ຢູ່ ເຢແມັນ.

ໃນຂະນະນັ້ນ, ຕາມຊ່ອງໂທລະພາບ al-Masirah ແລ້ວ, ອາເມລິກາ ແລະ ທະຫານເຮືອ ອັງກິດ ໄດ້ດຳເນີນເຫດບຸກໂຈມຕີໃສ່ນະຄອນທ່າກຳປັ່ນ Hodeidah ຂອງ ເຢແມັນ ໃນຕອນເຊົ້າວັນທີ 17 ມີນາ. ບັນດາເຫດບຸກໂຈມຕີແນໃສ່ເມືອງ Durayhimi ທາງທິດໃຕ້ນະຄອນ ແລະ ຍັງບໍ່ທັນມີຂໍ້ມູນກ່ຽວກັບການບາດເຈັບລົ້ມຕາຍ ຫຼື ຄວາມເສຍຫາຍເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ