ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ຂຶ້ນ​ແຜນ​ໂຮມ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) -ທູດພິເສດຂັ້ນສູງຮັບຜິດຊອບບັນຫານິວເຄຼຍ ຂອງປະເທດນີ້ ພ້ອມກັບຄູ່ຕຳແໜ່ງ ອາເມລິກາ ແລະ ຍີ່ປຸ່ນ ຈະຈັດກອງປະຊຸມ 3 ຝ່າຍ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບບັນຫາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.
ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ຂຶ້ນ​ແຜນ​ໂຮມ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1ການຍິງລູກສອນໄຟຍຸດທະສາດຂອງ ສປປ.ເກົາຫຼີ ໃນວັນທີ 22 ມີນາ 2023 (ພາບ: Yonhap/TTXVN) 

ວັນທີ 04 ເມສາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ທູດພິເສດຂັ້ນສູງຮັບຜິດຊອບບັນຫານິວເຄຼຍ ຂອງປະເທດນີ້ ພ້ອມກັບຄູ່ຕຳແໜ່ງ ອາເມລິກາ ແລະ ຍີ່ປຸ່ນ ຈະຈັດກອງປະຊຸມ 3 ຝ່າຍ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບບັນຫາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ແລະ ຫຼາຍບັນຫາອື່ນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ.  ລະອຽດ, ຕາມແຜນການແລ້ວ, ທ່ານ Kim Gunn ຫົວໜ້າຄະນະເຈລະຈາຂອງ ສ.ເກົາຫຼີ ກ່ຽວກັບນິວເຄຼຍ ຈະພົບປະກັບຄູ່ຕຳແໜ່ງ ອາເມລິກາ Sung Kim ແລະ ຍີ່ປຸນ ທ່ານ Takehiro Funakoshi ໃນວັນທີ 7 ເມສາ ຢູ່ ເຊີອູນ, ນະຄອນຫຼວງ ສ.ເກົາຫຼີ. ວັນທີ 06 ເມສາ, ທ່ານ Kim Gunn ຈະພົບປະສອງຝ່າຍກັບສອງຄູ່ຕຳແໜ່ງດັ່ງກ່າວ.

        ໂຄສົກກະຊວງການຕ່າງປະເທດ ສ.ເກົາຫຼີ Lim Soo – suk ໃຫ້ຮູ້ວ່າເຈົ້າໜ້າທີ່ 3 ທ່ານນີ້ ຈະປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີ ກໍຄື ວິທີການຮັບມືຕໍ່ການຜັນແປຕ່າງໆທີ່ເກີດຂຶ້ນຫວ່າງມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ