ອາເມລິກາ, ຍີ່ປຸ່ນ ແລະ ຟີລິບປິນ ແບ່ງປັນຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງທາງທະເລ

(VOVWORLD) -ບັນດາຝ່າຍສະແດງຄວາມວິຕົກກັງວົນກ່ຽວກັບຍຸດທະວິທີ “ເຂດສີຂີ້ເທົ່າ”, ພິເສດຢູ່ທະເລ ຮວາຕຸງ ແລະ ທະເລຕາເວັນອອກ.
ອາເມລິກາ, ຍີ່ປຸ່ນ ແລະ ຟີລິບປິນ ແບ່ງປັນຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງທາງທະເລ - ảnh 1ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ
(ພາບປະກອບ: Benarnews)

ວັນທີ 22 ກໍລະກົດ, ກຳລັງປະກອບອາວຸດ ຟີລິບປິນ (AFP) ໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ຂັ້ນສູງກັບກຳລັງປະກອບອາວຸດ ຟີລິບປິນ, ກຳລັງປ້ອງກັນ ຍີ່ປຸ່ນ ແລະ ກອງບັນຊາການມະຫາສະໝຸດອິນເດຍ - ປາຊີຟິກ ອາເມລິກາ ຫາກໍ່ດຳເນີນການພົບປະຢູ່ສຳນັກງານ Camp Aguinaldo, ຢູ່ນະຄອນ Quezon, ປະເທດ ຟີລິບປິນ, ເພື່ອແບ່ງປັນບັນດາຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງທາງທະເລ, ຊອກຫາມາດຕະການເພື່ອປົວແປງຄວາມສາມາດກະທົບເຊິ່ງກັນແລະກັນ, ຊ່ວຍນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ທີ່ການພົບປະ, ບັນດາຝ່າຍສະແດງຄວາມວິຕົກກັງວົນກ່ຽວກັບຍຸດທະວິທີ “ເຂດສີຂີ້ເທົ່າ”, ພິເສດຢູ່ທະເລ ຮວາຕຸງ ແລະ ທະເລຕາເວັນອອກ. ບັນດາປະເທດໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາລວມກ່ຽວກັບຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ ກໍຄືວິທີສຳຜັດໂດຍອີງໃສ່ຫຼັກການເພື່ອແກ້ໄຂບັນດາບັນຫາທາງທະເລ ໃນຂອບເຂດກົດໝາຍສາກົນ. ທີ່ກອງປະຊຸມ, ບັນດາຝ່າຍກໍ່ປຶກສາຫາລືກ່ຽວກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ