ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ປະຊຸມປຶກສາຫາລືກ່ຽວກັບບັນຫາການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ

(VOVWORLD) - ທ້າຍອາທິດຜ່ານມາ, ບັນດາທີ່ປຶກສາຄວາມໝັ້ນຄົງແຫ່ງຊາດແຖວໜ້າຂອງ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ປະຊຸມກັນເພື່ອປຶກສາຫາລືກ່ຽວກັບບັນຫາການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.
ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ປະຊຸມປຶກສາຫາລືກ່ຽວກັບບັນຫາການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ - ảnh 1ພາບປະກອບ / KCNA

ທ່ານ Chung Eui-yong ຫົວໜ້າຫ້ອງການຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ ໄດ້ພົບປະກັບທ່ານ Mc Master ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ແລະ ທ່ານ Shotaro Yachi ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ຍີ່ປຸ່ນ ໃນວັນທີ 17 ແລະ 18 ມີນາ ເພື່ອປຶກສາຫາລືກ່ຽວກັບການພົບປະໃນໄລຍະຈະມາເຖິງລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ກໍ່ຄືການພົບປະລະຫວ່າງການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump. ບັນດາຝ່າຍ ລ້ວນແຕ່ເຫັນດີເປັນເອກະພາບນຳກັນວ່າ ສິ່ງສຳຄັນນັ້ນແມ່ນ ບໍ່ເຕື້ອງຄືນເຖິງບັນດາຄວາມຜິດພາດໃນອະດີດຕະການ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ