ອາ​ເມ​ລິ​ກາ ຍອມ​ຮັບ​ວ່າບໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ບຸກ​ໂຈມ​ຕີ​ຂອງ Houthi ໂດ​ຍໄວ​ໄດ້

(VOVWORLD) - ທ່ານຮອງທີ່ປືກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ Jon Finer ໃຫ້ຮູ້ວ່າ ການກະທຳດ້ານການທະຫານຂອງ ອາເມລິກາ ເພື່ອແນໃສ່ສະກັດກັ້ນບັນດາກຸ່ມປະກອບອາວຸດ, ຄືກຳລັງ Houthi ຢູ່ ເຢແມນ ຈະໃຊ້ເວລາຫຼາຍ.
ອາ​ເມ​ລິ​ກາ ຍອມ​ຮັບ​ວ່າບໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ບຸກ​ໂຈມ​ຕີ​ຂອງ Houthi ໂດ​ຍໄວ​ໄດ້ - ảnh 1ບັນດາມືປຶນ ກຳລັງ Houthi ຢູ່ເຢແມນ (ພາບ: AFP)

ວັນທີ 21 ມັງກອນ, ທ່ານຮອງທີ່ປືກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ Jon Finer ໃຫ້ຮູ້ວ່າ ການກະທຳດ້ານການທະຫານຂອງ ອາເມລິກາ ເພື່ອແນໃສ່ສະກັດກັ້ນບັນດາກຸ່ມປະກອບອາວຸດ, ຄືກຳລັງ Houthi ຢູ່ ເຢແມນ, ຈະໃຊ້ເວລາຫຼາຍ ແລະ ອຳນາດການປົກຄອງຂອງ ປະທານາທິບໍດີ  Joe Biden  ຈະມີຫຼາຍຢ່າງເພື່ອເວົ້າເຖິງບັນຫານີ້ໂດຍໄວ.

ຂໍ້ສັງເກດຂອງທ່ານ Jon Finer ສອດຄ່ອງກັບການຍອມຮັບຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ທີ່ໄດ້ຍົກອອກມາໃນອາທິດກ່ອນວ່າ ບັນດາການບຸກໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບ ຂອງກຳລັງ Houthi ແນໃສ່ກຳປັ່ນການຄ້າຢູ່ທະເລແດງ ແມ່ນຍາກທີ່ຈະຢຸດຕິໃນທັນທີໄດ້.

ບັນດາເຫດບຸກໂຈມຕີຂອງກຳລັງ Houthi ຢູ່ທະເລແດງ ຫວ່າງແລ້ວນີ້ ໄດ້ເຮັດໃຫ້ ການເຄື່ອນໄຫວຂົນສົ່ງການຄ້າໂລກ ຜ່ານເສັ້ນທາງຂົນສົ່ງທາງທະເລທີ່ສຳຄັນນີ້ ຂາດວັກຂາດຕອນ ແລະ ກໍ່ຄວາມວິຕົກກັງວົນຕໍ່ສະພາບການຂາດແຄນແຫຼ່ງສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ