ອາເມລິກາ ຖອນຕົວອອກຈາກ INF

(VOVWORLD) - ຖອນຕົວອອກຈາກສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ແມ່ນສ່ວນໜຶ່ງໃນຍຸດທະສາດແຫ່ງຊາດຂອງ ອາເມລິກາ ກ່ຽວກັບເລື່ອງຍົກເລີກບັນດາຄຳໝັ້ນສັນຍາດ້ານກົດໝາຍສາກົນໃນບັນດາຂົງເຂດແຕກຕ່າງກັນ.

ນີ້ແມ່ນຄຳຖະແຫຼງຂອງທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຜ່ານຊ່ອງໂທລະພາບ Rossya-1 ໃນວັນທີ 01 ກຸມພາ. ຕາມທ່ານນາງ Zakharova ແລ້ວ, ນີ້ບໍ່ພຽງແຕ່ແມ່ນ ເລື່ອງ ລັດເຊຍ ລະເມີດສົນທິສັນຍາສະບັບດັ່ງກ່າວ ແລະ ກໍ່ບໍ່ແມ່ນເລື່ອງ ຈີນ ຫຼື ບັນດາປັດໄຈຄວາມໝັ້ນຄົງສາກົນອື່ນ. ທ່ານນາງ Zakharova ກໍ່ຢືນຢັນວ່າ: ປະເທດນີ້ມີສິດຍົກອອກມາບັນດາມາດຕະການໂຕ້ຕອບຢ່າງເໝາະສົມ ຖ້າຫາກ ອາເມລິກາ ຕັດສິນຖອນຕົວອອກຈາກສົນທິສັນຍາກຳລັງນິວເຄຼຍໄລຍະກາງ (INF).

        ກ່ອນໜ້ານັ້ນ, ວັນທີ 01 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖະແຫຼງວ່າ: ນັບແຕ່ວັນທີ 02 ກຸມພາ, ວໍຊີງຕັນ ຈະຢຸດຕິຊົ່ວຄາວການປະຕິບັດບັນດາຄຳໝັ້ນສັນຍາຂອງຕົນ ໃນຂອບເຂດ INF ແລະ ຈະຖອນຕົວອອກຈາກສົນທິສັນຍາພາຍຫລັງເວລາ 6 ເດືອນ ຖ້າຫາກ ລັດເຊຍ ບໍ່ມີການກະທຳໃດໆ ແນໃສ່ກັບຄືນສູ່ການປະຕິບັດສົນທິສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ