ອາ​ເມ​ລິ​ກາ: ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ D. Trump ຢ້ານ​ກົວ​ຖືກ​​ຈັບ​ຕົວ, ຮຽກ​ຮ້ອງ​ຜູ້​ສະ​ໜັບ​ສະ​ໜູນ​ໄປ​ປະ​ທ້ວງ

(VOVWORLD) -ໃນສື່ສັງຄົມອອນໄລ Truth ໂດຍທ່ານ Donald Trump ສ້າງຕັ້ງຂຶ້ນ, ທ່ານໄດ້ຂຽນວ່າ: ຂໍ້ມູນທີ່ໄດ້ຮັບແບບຜິດກົດໝາຍຈາກຫ້ອງວ່າການ ໄອຍະການເມືອງ Manhattan ໃຫ້ຮູ້ວ່າ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ນຳໜ້າຂອງພັກສາທາລະນະ, ອະດີດປະທານາທິບໍດີ ອາເມລິກາ ຈະຖືກຈັບຕົວໃນວັນທີ 21 ມີນາ”.
ອາ​ເມ​ລິ​ກາ: ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ D. Trump ຢ້ານ​ກົວ​ຖືກ​​ຈັບ​ຕົວ, ຮຽກ​ຮ້ອງ​ຜູ້​ສະ​ໜັບ​ສະ​ໜູນ​ໄປ​ປະ​ທ້ວງ - ảnh 1ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump (ພາບ: Reuters)

ວັນທີ 18 ມີນາ, ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ໄດ້ຮັບຂ່າວວ່າ ຕົນເອງຈະຖືກຈັບຕົວ ໃນວັນທີ 21 ມີນາ ແລະ ຮຽກຮ້ອງຜູ້ສະໜັບສະໜູນ ຈັດປະທ້ວງເພື່ອຄັດຄ້ານ. ໃນສື່ສັງຄົມອອນໄລ Truth ໂດຍທ່ານ Donald Trump ສ້າງຕັ້ງຂຶ້ນ, ທ່ານໄດ້ຂຽນວ່າ: ຂໍ້ມູນທີ່ໄດ້ຮັບແບບຜິດກົດໝາຍຈາກຫ້ອງວ່າການ ໄອຍະການເມືອງ Manhattan ໃຫ້ຮູ້ວ່າ ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ນຳໜ້າຂອງພັກສາທາລະນະ, ອະດີດປະທານາທິບໍດີ ອາເມລິກາ ຈະຖືກຈັບຕົວໃນວັນທີ 21 ມີນາ”. ຫຼັງຈາກນັ້ນ, ທ່ານ Donald Trump ໄດ້ຮຽກຮ້ອງຜູ້ສະໜັບສະໜູນທ່ານ “ຈົ່ງປະທ້ວງ ແລະ ຍາດເອົາປະເທດຂອງພວກເຮົາຄືນໃໝ່”.

ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ບໍ່ຍົກໃຫ້ເຫັນຢ່າງລະອຽດບັນດາຂໍ້ກ່າວວ່າທີ່ເລັ່ງໃສ່ທ່ານ, ກໍ່ຄືບໍ່ຍົກອອກພະຍານຫຼັກຖານໃດ ທີ່ສະແດງໃຫ້ເຫັນວ່າ ທ່ານຈະຖືກຈັບຕົວ. ທ່ານໄດ້ຕຳໜິຕິຕຽນ ຫ້ອງວ່າການໄອຍະການເມືອງ Manhattan ມີກຳລັງໜູນດ້ານການເມືອງ ແລະ ທຸກຂໍ້ກ່າວຫາເລັ່ງໃສ່ທ່ານ ລ້ວນແຕ່ໄຮ້ເຫດຜົນ.

ສ່ວນຫ້ອງວ່າການໄອຍະການເມືອງ Manhattan ແລະ ວົງການເຈົ້າໜ້າທີ່ຕຸລາການສະຫະລັດ ອາເມລິກາ ຍັງບໍ່ທັນມີຄຳເຫັນຫຍັງກ່ຽວກັບຂໍ້ມູນດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ