ອາເມລິກາ ບຸກໂຈມຕີທາງອາກາດ ປາກິດສະຖານ ເຮັດໃຫ້ 7 ຄົນເສຍຊີວິດ

ອາເມລິກາ ບຸກໂຈມຕີທາງອາກາດ ປາກິດສະຖານ ເຮັດໃຫ້ 7 ຄົນເສຍຊີວິດ - ảnh 1
( ພາບປະກອບ )

( vovworld ) - ຢ່າງ​ໜ້ອຍ​ສຸດ​ມີ 7 ຄົມ​ເສຍ​ຊີ​ວິດ​ພາຍຫຼັງ​ການບຸກ​ໂຈມ​ຕີ​ທາງ​ອາກາດ​​ຄັ້ງ​ທີ 2 ຂອງ​ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 13/3 ຢູ່​ເຂດ​ ​Waziristan, ທາງທິດຕາ​ເວັນ​ຕົກສຽງເຫຼືອຂອງປາ​ກິດ​ສະຖານ, ຍົກ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນການບຸກ​ໂຈມ​ຕີຕ່າງໆຂອງ​ກອງທັບ​ອາ​ເມ​ລິ​ກາ​ ໃນ​ວັນ​ທີ 13/3 ຂຶ້ນ​ເຖິງ 15 ຄົນ. ໂທລະພາບ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ ​ເຮືອ​ບິ່ນ​ສອດ​ແນນ​ບໍ​່ມີ​ຄົມ​ຂັບ​ຂອງ​ອາ​ເມ​ລິ​ກາ ​ໄດ້​ຍິງ​ລູກ​ສອດ​ໄຟ 2 ລູກ​ໃສ່​ລົດ​ໂອ​ໂຕ​ຄັນໜື່ງທີ່​ສົງ​ໃສ​ວ່າ​ພວມ​ຂົນ​ສົ່ງພວກ​ກະບົດຢູ່​ທາງ​ທິດ​ໃຕ້ Oadirixtan, ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ ​ແລະ ມີ​ບາງ​ຄົນ​ຖືກບາດ​ເຈັບ. ກ່ອນ​ໜ້າ​ນັ້ນ, ຮຸ່ງ​ເຊົ້າ​ວັນ​ທີ 13/3, ອາ​ເມ​ລິ​ກາ ​ກໍດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢູ່​ທິດ​ເຫຼືອ Waziristan ​ເຊິ່ງ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ. ​ເຫດການ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 13/3 ​ແມ່ນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ທີ 9 ​​ໂດຍ​ອາ​ເມ​ລິ​ກາ ​ດຳ​ເນີນ​ຢູ່ປາ​ກິດ​ສະຖານ ນັບ​ແຕ່​ຕົ້ນ​ປີ 2012 ມາ​ຮອດ​ປະຈຸ​ບັນ, ​ເຮັດ​ໃຫ້​ 76 ຄົນເສຍ​ຊີວິດ  ​ແລະ 16 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ